ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຊິ່ງເປັນ​ ​ນາຍຄູ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 37 ປີແຫ່ງວັນຄູ ຫວຽດນາມ 20 ພະຈິກ, ວັນທີ 19 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງ ສະພາແຫ່ງຊາດ ໄດ້ຈັດຕັ້ງການພົບປະລະຫວ່າງ ສະມາຊິກສະພາແຫ່ງຊາດທີ່ເປັນ ນາຍຄູ, ອະດີດຄູ, ພະນັກງານຄຸ້ມຄອງ ການສຶກສາ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຊິ່ງເປັນ​ ​ນາຍຄູ ຫວຽດ​ນາມ - ảnh 1

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງປະທານສະພາແຫ່ງຊາດ ມອບຊໍ່ດອກໄມ້ອວຍພອນວັນຄູຫວຽດນາມ 

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຖືວ່າ: ໃນຊຸມປີທີ່ຜ່ານມາ, ເປັນຕົ້ນແມ່ນປີ 2019 - ປີສຸດທ້າຍແຫ່ງການປະຕິບັດ “ຍຸດທະສາດພັດທະນາການສຶກສາ 2011 – 2020”, ພາລະກິດ ການສຶກສາ - ບຳລຸງສ້າງ ຫວຽດນາມມີການຫັນປ່ຽນຢ່າງຕັ້ງໜ້າ, ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ. ທ່ານນາງກ່າວວ່າ:

ດ້ວຍມູນເຊື້ອອັນລ້ຳຄ່າຂອງຊາດ ແມ່ນ ມັກຮ່ຳມັກຮຽນ, ເຄົາລົບນັບຖືສະແດງຄວາມຮູ້ບຸນຄຸນຕໍ່ອາຈານ .ດ້ວຍຄວາມມານະພະຍາຍາມ, ຕັດສິນໃຈສຸ້ຊົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງຂະແໜງການສຶກສາ - ບຳລຸງສ້າງທັງໝົດ, ພິເສດແມ່ນບັນດາຄູອາຈານຈະເສີມຂະຫຍາຍຄຸນສົມບັດອັນລ້ຳຄ່າ, ຍາມໃດກໍ່ຕັ້ງໜ້າ, ມີຄວາມເປັນເຈົ້າການ ແລະ ປະດິດຄິດສ້າງ ຜ່ານຜ່າຂໍ້ຫຍຸ້ງຍາກເພື່ອນຳພື້ນຖານສຶກສາຂອງປະເທດຊາດພັດທະນາທຽບເທົ່າກັບພື້ນຖານການສຶກສາທີ່ກ້າວໜ້າໃນພາກພື້ນ ແລະ ໂລກຜ່ານເທື່ອລະກ້າວ, ປະກອບສ່ວນເຂົ້າການສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາແບບຍືນຍົງຂອງປະເທດຊາດໃນໄລຍະໃໝ່.

        ທ່ານນາງປະທານສະພາແຫ່ງຊາດໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງສຳລັບຄູ່, ອາຈານ, ພະນັກງານຄຸ້ມຄອງ, ຜູ້ອອກແຮງງານໃນຂົງເຂດການສຶກສາ - ບຳລຸງສ້າງຫຼາຍລຸ້ນຄົນ, ອວຍພອນບັນດານາຍຄູຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຝາສຸກ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສິດສອນນັກຮຽນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ