ພົບປະບັນດາວິສາຫະກິດ ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນເຂົ້າ ອາເມລິກາ 2023

(VOVWORLD) - ບັນດາ
ວິສາຫະກິດ ຫວຽດນາມ ຈະຊອກຫາໄດ້ຄູ່ຮ່ວມມື ແລະ ກາລະໂອກາດລົງທຶນຢູ່ ອາເມລິກາ
ແລະ ຜ່ານນັ້ນ ຮັດແໜ້ນການພົວພັນ 2 ຝ່າຍຫຼາຍໃຫ້ກວ່າເກົ່າ.
ພົບປະບັນດາວິສາຫະກິດ ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນເຂົ້າ ອາເມລິກາ 2023 - ảnh 1(ພາບປະກອບ: TTXVN)

        ວັນທີ 04 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ວໍຊິງເຕັນ ດີຊີ, ອາເມລິກາ, ໄດ້ສົມທົບກັບບໍລິສັດໃຫ້ຄຳປຶກສາຍຸດທະສາດ The Asia Group ຈັດການພົບປະກັບບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການລົງທຶນເຂົ້າ ອາເມລິກາ (Select USA Investment Summit) ປີ 2023. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ິ້ມີກວ່າ 30 ທ່ານທີ່ມາຈາກວິສາຫະກິດ 20 ແຫ່ງ ໄດ້ ຫຼື ພວມມີຄວາມຄິດລົງທຶນຢູ່ ອາເມລິກາ ໃນຫຼາຍຂົງເຂດ, ຂະແໜງການທີ່ແຕກຕ່າງກັນ, ຄື: ຜະລິດ, ຕິດຕັ້ງລົດໂອໂຕ ແລະ ຖ່ານລົດໄຟຟ້າ, ເຕັກໂນໂລຊີ, ຊອບແວ….

        ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫວຽນກວກຢຸງ ປາດຖະໜາວ່າ, ບັນດາວິສາຫະກິດ ຫວຽດນາມ ຈະຊອກຫາໄດ້ຄູ່ຮ່ວມມື ແລະ ກາລະໂອກາດລົງທຶນຢູ່ ອາເມລິກາ ແລະ ຜ່ານນັ້ນ ຮັດແໜ້ນການພົວພັນ 2 ຝ່າຍຫຼາຍໃຫ້ກວ່າເກົ່າ. ທ່ານຮອງລັດຖະມົນຕີກະຊວງການຄ້າ ອາເມລິກາ Diane Farrell ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ອາເມລິກາ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ມີການຄັດເລືອກຢ່າງຖືກຕ້ອງເມື່ອມາລົງທຶນຢູ່ ອາເມລິກາ.

        ປີນີ້, ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 01 – 04 ພຶດສະພາ ຢູ່ລັດ Maryland, ດຶງດູດຜູ້ເຂົ້າຮ່ວມເກືອບ 4.000 ຄົນ ພ້ອມກັບການເຂົ້າຮ່ວມຂອງບັນດາອົງການພັດທະນາເສດຖະກິດ (EDO) ແລະ ນັກລົງທຶນກວ່າ 1.200 ຄົນທີ່ມາຈາກ 70 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ