ພົບ​ປະບັນ​ດາອະ​ດີດທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ​ຊ່ຽວ​ຊານ​ຫວຽດ​ນາມ​ຢູ່ ລາວ

(VOVWORLD) -  ຕອນຄ່ຳວັນທີ 8 ທັນວາ, ທີ່ ນະຄອນຫຼວງວຽງຈັນ, ສປປ.ລາວ, ໄດ້ດຳເນີນການພົບປະນັກຮົບເກົ່າກວ່າ 500 ຄົນທີ່ເຄີຍເປັນທະຫານອາສາສະໝັກແລະຊ່ຽວຊານຫວຽດນາມຢູ່ ລາວ. 
ພົບ​ປະບັນ​ດາອະ​ດີດທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ​ຊ່ຽວ​ຊານ​ຫວຽດ​ນາມ​ຢູ່ ລາວ - ảnh 1 ການພົບປະບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວ 

ບັນດານັກຮົບເກົ່າກວ່າ 500 ຄົນທີ່ພົບປະກັນໃນມື້ນີ້, ແມ່ນຜູ້ທີ່ດີເດັ່ນເຊິ່ງເປັນຕົວແທນໃຫ້ແກ່ທະຫານອາສາສະໝັກແລະຊ່ຽວຊານຫວຽດນາມໃນຈຳນວນນັບໝື່ນໆຄົນທີ່ເຄີຍປະຕິບັດງານແລະເສຍສະຫຼະຊີວິດໃນທຸກໆສະໜາມຮົບຂອງລາວ. ໂດຍໄດ້ກັບຄືນໄປຢ້ຽມຢາມສະໜາມຮົບໃນເມື່ອກ່ອນ, ໄດ້ພົບປະກັບບັນດາເພື່ອນຮ່ວມສູ້ຮົບເກົ່າ, ໄດ້ຖະຫວາຍດອກໄມ້, ໄຕ້ທູບທຽນທີ່ສຸສານ ເພື່ອອາໄລຫາເຖິງເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ, ສຳລັບບັນດາອະດີດທະຫານອາສາສະໝັກແລ້ວນີ້ແມ່ນຄວາມຊົງຈຳຍາກທີ່ລືມໄດ້. ໃນຊຸມວັນທີ່ຢູ່ປະເທດເພື່ອນລາວ, ບັນດາອະດີດນັກຮົບອາສາສະໝັກແລະຊ່ຽວຊານຫວຽດນາມໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື:ຖະຫວາຍທູບທຽນເພື່ອໄວ້ອາໄລຢູ່ສຸສານນັກຮົບແຫ່ງຊາດລາວ, ເຂດປູສະນີຍະສະຖານແຫ່ງໄຊຊະນະບ້ານເກິນ, ແຂວງວຽງຈັນ, ມອບຂອງທີ່ລະນຶກໃຫ້ແກ່ບັນດາຕົວແທນອະດີດທະຫານອາສາສະໝັກ, ສົມທົບກັບຄະນະປະສານງານພຸດທະສາສະໜາຫວຽດນາມປະຈຳລາວຈັດພິທີສູດມົນພາວະນາ, ເພື່ອອາໄລຫາເຖິງດວງວິນຍານບັນດານັກຮົບວິລະຊົນອາສາສະໝັກແລະ ຊ່ຽວຊານຫວຽດນາມໄດ້ເສຍສະຫຼະຊີວິດຢູ່ລາວ.

                                                                        ນັກຂ່າວ VOV ປະຈຳລາວ 

ຕອບກັບ

ຂ່າວ/ບົດ​ອື່ນ