ພົບປະປະຊາຄົມໂລກ ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013

ພົບປະປະຊາຄົມໂລກ ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013 - ảnh 1
ງານພົບ​ປະ​ປະຊາ​ຄົມ​ໂລກ
ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013
(ພາບ: CPV)


(vovworld) -     ຕອນ​ຄໍ່າ​ວັນ​ທີ 01/02, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ແລະ ຄະນະ​ປະຕິບັດ​ງານ​ກ່ຽວ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ຈັດ​ຕັ້ງ​ງານ​ພົບ​ປະສັງ​ສັນ​ກັບ​ຜູ້ຕ່າງໜ້າ​ຄະນະ​ທູຕານຸທູດ, ບັນດາ​ອົງການ​ຈັດ​ຕັ້ງສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອາກດ ບຸນປີ​ໃໝ່ ປີ​ມະ​ເສ​ງ 2013. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄດ້ອວຍພອນ​ບັນດາ​ແຂກ​ສາກົນ ​ແລະ ຫວຽດນາມ ປີ​ໃໝ່​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ ​ແລະ ມີ​ຄວາມຜາ​ສຸກ​ ​; ອວຍ​ພ້ອນ​ໃຫ້​ນ້ຳ​ໃຈ​ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ຫວຽດນາມ​ ກັບ​ບັນດາ​ປະ​ເທດ, ​ອົງການ​ຈັດ​ຕັ້ງສາກົນຕ່າງໆ ​ໃຫ້​ນັບ​ມື້​ນັບພັດທະນາ​ຢ່າງ​ດີ​ງາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ ບັນດາ​ຜົນງານ​ເຊິ່ງສະຫະພັນ​ບັນລຸ​ໄດ້​ໃນ​ປີ 2012 ​ໄດ​້ປະກອບສ່ວນ​ຕັ້ງໜ້າ​​ເຂົ້າໃນ​ການ​ປະຕິບັດແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ, ພັດທະນາ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ​ຢູ່ໃນ​ໂລກ​​.

ຂ່າວ/ບົດ​ອື່ນ