ພົບປະຜູ້ແທນປະຊາຊົນບັນດາເຜົ່າ, ສາສະໜາທີ່ ດີເດັ່ນໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ

ພົບປະຜູ້ແທນປະຊາຊົນບັນດາເຜົ່າ, ສາສະໜາທີ່ ດີເດັ່ນໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ເລ​ແທງ​ຫາຍ ​ພົບ​ປະ​ກັບ​ຜູ້​ແທນ​ເຊິ່ງ​ແມ່ນ
​ບັນດາຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ​ສາສະໜາ
(ພາບ: TTXVN)


​(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຕອນ​ບ່າຍ​ວັນ​ທີ 18/04, ຢູ່​ນະຄອນ​ໂຮ່ຈິ​ມິນ, ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ 250 ຄົນ​ເຊິ່ງ​ແມ່ນ​ບັນດາ ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ​ສາສະໜາ, ຜູ້​ແທນ​ປະຊາຊົນ​ຖື​ສາສະໜາ, ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເສຍສະຫຼະ​ຊີວິດ, ກາ​ນອຸທິດ​ສ່ວນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ສາສະໜາ​ໃນ​ກິດຈະການຕໍ່​ສູ້​ຍາດ​ເອົາ​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ ​ແລະ ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ສຳຄັນ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​, ພັດທະນາປະ​ເທດ​ຊາດ ​ແລະ ນະຄອນ​ໂຮ່ຈິ​ມິນ. ທ່ານ​ເລ​ແທງ​ຫາຍ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາຊົນ​ບັນດາ​ເຜົ່າ, ສາສະໜາ​ສາມັກຄີ ຈະ​ພ້ອມ​ກັບ​ປະຊາຊົນ​ນະຄອນ ​ແລະ ທົ່ວ​ປະ​ເທດ​ຮ່ວມ​ແຮ​ງຮ່ວມ​ໃຈ​ກໍ່ສ້າງ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ສີວິ​ໄລ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ