ພົບປະພະນັກງານ,ນັກຂ່າວລຸ່ນຕ່າງໆຢູ່ນະຄອນໂຮ່ຈິມິນ

ພົບປະພະນັກງານ,ນັກຂ່າວລຸ່ນຕ່າງໆຢູ່ນະຄອນໂຮ່ຈິມິນ - ảnh 1
(ຜູ້ອຳນວຍການ​ໃຫຍ່ VOV, ຫງວຽນ​ດັງ​ຕ໋ຽນ)

(vovworld) – ​​​ທີ່​ກາ​ນງານພົບ​ປະ​​ໃນ​ຕອນ​ເຊົ້າ​ວັນ​ທີ 25/08, ຢູ່​ນະຄ​ອນ​ໂຮ່ຈິ​ມິນ, ມີ​ພະນັກງານ, ນັກ​ຂ່າວ, ນັກ​ເຕັກນິກ, ​ໂຄສົກ​ກຳມະກອນ, ພາລະ​ກອນ ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV) ຜ່ານ​ໄລ​ຍະ​ຕ່າງໆ ກວ່າ 300 ຄົນ. ​ໃນ​ບັນຍາ​ການອັນ​ອົບ​ອຸ່ນ, ພະນັກງານ, ນັກ​ຂ່າວ, ນັກ​ເຕັກນິກ, ​ໂຄສົກ​ກຳມະກ​​ອນ, ພາລະ​ກອນລຸ່ນຕ່າງໆ ​ໄດ້​ພ້ອມ​ກັນ​ຫວນ​ຄືນປະຫວັດສາດ​ອັນ​ສະຫງ່າ​ລາ​ສີ​​ໃນໄລຍະ 70 ປີຂອງ VOV. ທ່ານ ຫງວຽນ​ຊິ້​ເອີ໋ນ, ອາຍຸ 82 ປີ, ນັກ​ຂ່າວ VOV ​ໄລຍະ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ​ໄດ້​ຫວນ​ຄືນ​ວ່າ.

        “​ໃນ​ຄາວ​ນັ້ນ, ສັດຕູ​ວາງ​ລະ​ເບີດ​ທຳລາຍ​ບັນດາ​ຂົວບັກ, ຈາກ​ຂົວ ​ແຢ້, ລົງ​ຮອດ ນາມ​ດິ້ງ ​​ຖືກ​ທຳລາຍກ້ຽງ. 3 ​ອ້າ​ຍນ້ອງ​ພວກ​ເຮົາໄດ້​ຖິບ​ລົດ​ຖີບນຳ​ເອົາ​ໝໍ້​ໄຟ, ​ເຄື່ອນ​ອັດ​ສຽງ ​ໜັກ​ເກືອບ 10 ກິ​ໂລຫຼາມ, ພ້ອມ​ກັບ​ເຄື່ອງ​ໃຊ້​ສ່ວນ​ຕົວ, ທັງ​ໝໍ້​ເພື່ອ​ແຕ່ງກິນ​ຕາມ​ທາງ​ໄປ​ປະຕິບັດ​ງານ. ພວກ​ຂ້າພະ​ເຈົ້າ​ຕັດ​ສິນ​ໃຈ​ກັນ​ວ່າ, ມື​ໃດ​ກໍຕ້ອງ​ມີ​ຂ່າວ, ບົດ, ສຳພາດ​ເພື່ອ​ສົ່ງ​ໃຫ້​ວິທະຍຸກະຈາຍສຽງ ອອກ​ອາກາດ​ໃຫ້​ທັນ​ເວລາ”.

        ກ່າວ​ຄຳ​ເຫ​ັນທີ່​ການ​ພົບ​ປະ, ​ຜູ້ອຳນວຍການ​ໃຫຍ່ VOV, ຫງວຽນ​ດັງ​ຕ໋ຽນ ​ໄດ້​ຮັບ​ຮູ້ ​ແລະ ຂອບ​ໃຈ​ການ​ປະກອບສ່ວນ​ຂອງ​ພະນັກງານ, ນັກ​ຂ່າວລຸ່ນຕ່າງໆ​ຂອງ​ວິ​ທະຍຸ​ກະຈາຍສຽງ ​​ໃຫ້​ແກ່​ການ​ເຕີບ​ໃຫຍ່​ຂອງ VOV ​ຄື​​ໃນປະຈຸ​ບັນ .

ຂ່າວ/ບົດ​ອື່ນ