ພົບປະສັງສັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ນະຄອນໂຮ່ຈິມິນ

ພົບປະສັງສັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)
(vovworld) -     ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 600 ຄົນ ​ໄດ້ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ສັງ​ສັນກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກັບ​ເມື່ອຕ້ອນຮັບ​ບຸນປີ​ໃໝ່ ປີມະ​ເສ​ງ 2013, ດ້ວຍ​ຫົວ​ຂໍ້​ວ່າ “ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ວິ​ສາ​ຫະກິດ, ນັກທຸລະກິດຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພົບ​ປະ, ຮ່ວມ​ສຳພັນ​ພ້ອມກັນ​ພັດທະນາ” ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 28/01, ຢູ່​ນະ​ຄອນ​ໂຮ່ຈິ​ມິນ. ລາຍການ​ພົບ​ປະ​ສັງ​ສັນກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ​ເມື່ອ​ໂອກາດ​ບຸນ​ເຕັດ​ວຽນມາ, ຈະ​ຊ່ວຍ​ໃຫ້ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ​ກວ່າ, ພ້ອມ​ທັງ​ແມ່ນ​ຈຸດ​ເລີ່​ມຕົ້ນ​ຂ​ອງບັນດາ​ການ​ເຊື່ອມ​ຕໍ່​ລະຫວ່າງ​ຊາດ, ຊຸກຍູ້​ການ​ຮ່ວມສຳ​ພັນ​ລະຫວ່າງ​ວິ​ສາ​ຫະກິດ​ຕ່າງໆ​ຂອງຫວຽດນາມ ກັບປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ທົ່ວ​ໂລກ ທີ່ພ້ອມ​ກັນ​ເຂົ້າ​ຮ່ວມ​ພັດທະນາ​ເສດຖະກິດ, ສັງຄົມ, ປະກອບ​ສ່ວນ​ໃຫ້​ແກ່​ພາລະກິດ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ. ທ່ານ​ນາງ ​ເຈືອງ​ທິກິມ​ແອ​ງ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຝລັ່ງ​ໃຫ້​ຮູ້​ວ່າ.

        “ບຸນ​ເຕັດ​ຫວຽດນາມ ຍາມ​ໃດ​ກໍ​ມີ​ຊີວິດ​ຊີວາ​ຂອງ​ຊາວ​ຫວຽດນາມ. ​ເຖິງ​ວ່າຊາວ​ຫວຽດນາມ ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍຕາມ ​ແຕ່​ຍາມ​ໃດ​ກໍ​ຄິດ​ຮອດ​ບຸນ​ເຕັດ. ບັນຍາກາດ​ບຸນ​ເຕັດ​ຢູ່​ຫວຽດນາມ ຄຶກຄື້ນມ່ວນ​ຊື່ນ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ພົບ​ປະກັບ​ຍາດຕິ​ພີ​ນ້ອງ​ໃນ​ບັນຍາກາດ​ຂອງ​ຄອບ​ຄົວ, ມີ​ຂອງຂວັນ ຄຳອ່ວຍ​ພອນ​ປີ​ໃໝ່​ທີ່​ປະ​ເສີດ. ຂ້າພະ​ເຈົ້າ​ໄດ້​ເລົ່າ​ໃຫ້​ຊາວ​ຕ່າງປະ​ເທດ​ກ່ຽວ​ກັບ​ບຸນ​ເຕັດ, ​ເຂົາ​ເຈົ້າມັກ​ຫຼາຍ. ສ່ວນ​ຕົນ​ເອງ, ​ເມື່ອ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຕ້ອນຮັບບຸ​ນ​ເຕັດ ​ແມ່ນ​ສິ່ງ​ທີ່​​​ໂຊກ​ດີ, ສະ​ນັ້ນ​ຖ້າມີ​ໂອກາດ​​ຈະກັບ​ເມືອ​​ໂລດ”.

ຂ່າວ/ບົດ​ອື່ນ