ພົບປະສັງສັນອວຍພອນງານບຸນSeneDoltaຊອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ

ພົບປະສັງສັນອວຍພອນງານບຸນSeneDoltaຊອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ - ảnh 1
​ພິທີ​ພົບ​ປະ​ສັງ​ສັນ​ງານ​ບຸນ Sene Dolta ບູຮານ​
ຂອງ​ພໍ່​ແມ່​ປະຊາຊົນ​ເຜົ່າ ຂະ​ແມ ພາກ​ໃຫ້
(ພາບ: PhucSon/TTXVN)


(vovworld) – ​​ ວັນ​ທີ 10/10 ຢູ່​ແຂວງ ຈາ​ວິ​ງ ຈັດ​ຕັ້ງ​ງານພົບ​ປະ​ສັງ​ສັນ​ອວຍພອນ​ວັນ​ບຸນ Sene Dolta ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ແມ ພາກ​ໃຕ້. ຜູ້​ແທນ​ເຂົ້າ​ຮ່ວມ​ 400 ກ່ວາ​ຄົນ​ ​​ເຊິ່ງແມ່ນ​ພະນັກງານ​ຊາວ​ເຜົ່າ ຂະ​ແມ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ເປັນ​ແບບຢ່າງ​ທີ່ດີ​ເດັ່ນ, ບັນດາ​ພະສົງ​, ຄູບາ ​ແລະ ບັນດາ​ຜູ້​ມີ​ອິດທິຜົນ​ຊື່​ສຽງ​ໃນປະຊາ​ຄົມ​ຊາວ ຂະ​ແມ ​ແຂວງ​ ຈາ​ວິ​ງ ເຂົ້າ​ຮ່ວມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ຈາ​ວິ​ງ ຫັກທຶນ 400 ລ້ານກ່ວາ​ດົ່ງຈາກ​ແຫຼ່ງງົບປະມານ ​ເພື່ອ​ເປັນ​ຂອງຂວັນ​ມອບ​ໃຫ້​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ທີ່ດີ​ເດັ່ນ​​ ​ເຊິ່ງເປັນ​ຊາວ​ເຜົ່າ ຂະ​ແມ, ບັນດາວັດ ຂະ​ແມ, ຄອບຄົວ​ຊາວ ຂະ​ແມ ປະສົມ​ກັບ​ຄວາມ​ຫຍຸງຍາກ​​ເປັນ​ພິ​ເສດ​ໃນ​​ແຂວງ ​ເພື່​ອຕ້ອນຮັບ​ບຸນ Sene Dolta ຢ່າງ​ອົບ​ອຸ່ນ ​ແລະ ມ່ວນ​ຊື່ນ.

 

 

 


ຂ່າວ/ບົດ​ອື່ນ