ພົບປະສັນຖະວະໄມຕີ ຊາວກະສິກອນ ຫວຽດນາມ - ລາວ - ກໍາປູເຈຍ

(VOVWORLD) -      ຕອນເຊົ້າວັນທີ 30 ພະຈິກ ຢູ່ນະຄອນ ດ່າລາດ, ແຂວງເລິມດົ່ງຂອງ ຫວຽດນາມ ໄດ້ຈັດພິທີ ໄຂລາຍການ “ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ”.
ພົບປະສັນຖະວະໄມຕີ ຊາວກະສິກອນ ຫວຽດນາມ - ລາວ - ກໍາປູເຈຍ  - ảnh 1 ບັນດາຜູ້ແທນຕັດແຖບຜ້າ ໄຂລາຍການ (ພາບ: VOV)

        ໃນຂອບເຂດລາຍການຈະດໍາເນີນບັນດາການເຄື່ອນໄຫວຄື: ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ ແລະ ຊົນນະບົດຂອງ 3 ປະເທດ; ງານຕະຫຼາດນັດຜະລິດຕະພັນກະເສດສະອາດ; ຢ້ຽມຢາມບັນດາຮູບແບບການຜະລິດ, ຮາກຖານເສດຖະກິດ, ວັດທະນະທໍາ ແລະ ທັດສະນະຕົວຈິງຢູ່ນະຄອນດ່າລາດ ເພື່ອຊອກຮູ້ກ່ຽວກັບການເຄື່ອນໄຫວຂອງ ຊາວກະສິກອນປະຈໍາຖິ່ນ...

        ພາຍຫຼັງພິທີໄຂ, ຄະນະຜູ້ແທນຂອງ 3 ປະເທດ ໄດ້ໄປຢ້ຽມຢາມບັນດາຮູບແບບເຮັດກະສິກໍາທີ່ໝູນໃຊ້ເຕັກໂນໂລຢີສູງຢູ່ ຟາມ ດ່າລາດ Hasfarm, ບໍລິສັດ ດ່າລາດ GAP ຈໍາກັດ ແລະ ໝູ່ບ້ານດອກໄມ້ວ້ານແທັ່ງ; ຫົວໜ້າຄະນະຜູ້ແທນລາວ, ກໍາປູເຈຍ ພົບປະກັບການນໍາພັກ, ລັດຫວຽດນາມ ແລະ ການນໍາແຂວງເລິມດົ່ງ; ກອງປະຊຸມສໍາມະນາແບ່ງປັນປະສົບການກ່ຽວກັບການພັດທະນາກະສິກໍາ, ຊາວກະສິກອນ; ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ໜູນຊ່ວຍການໝູນໃຊ້ເຕັກໂນໂລຢີສູງ ແລະ ລະບົບຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການເກັບຊື້ຜະລິດຕະພັນກະສິກໍາ...

        ລາຍການພົບປະສັນຖະວະໄມຕີຊາວກະສິກອນ 3 ປະເທດ ຫວຽດນາມ, ລາວ, ກໍາປູເຈຍ ຕິດພັນກັບ ງານຕະຫຼາດນັດຜະລິດຕະພັນກະເສດ ຢູ່ດ່າລາດ ຈະດໍາເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 2 ທັນວາ 2019 ຈຶ່ງອັດລົງ. 

ຕອບກັບ

ຂ່າວ/ບົດ​ອື່ນ