ພົບປະສົນທະນາກ່ຽວກັບການສົ່ງເສີມການລົງທຶນແລະຍົກສູງກຳລັງຄວາມສາມາດແກ້ງແຍ້ງຢູ່ນິວຢອກ

 ພົບປະສົນທະນາກ່ຽວກັບການສົ່ງເສີມການລົງທຶນແລະຍົກສູງກຳລັງຄວາມສາມາດແກ້ງແຍ້ງຢູ່ນິວຢອກ - ảnh 1
ຊາ​ຂອງ ທາຍງວຽນ ມີ​ກາ​ລະ​ໂອ​ກາດ​ຈະ​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ
ພາບ​ປະ​ກອບ

(vovworld)-​​ ວັນ​ທີ 16/9, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ສົ​ມ​ທົບ​ກັບ​ສູນ​ແນະ​ນຳ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ຢູ່ ນິວຢອກ ສະ​ຫະ​ລັດ ອາ​ເມ​ລິ​ກາ ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ​ຢູ່ ນິວຢອກ ເພື່ອ​ແນະ​ນຳ​ຕະ​ຫລາດ ແລະ ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນ​ທະ​ນາ ມີ​ຜູ້​ຕາງ​ຫນ້າ​ການ​ນຳ​ແຂວງ ທາຍງວຽນ, VCCI ແລະ ຄະ​ນະ​ວິ​ສາ​ຫະ​ກິດ​ແຂວງ ທາຍງວຽນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ. ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ສົ່ງ​ອອກ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ແຂວງ ທາຍງວຽນ ໄປ​ຍັງ​ຕະ​ຫລາດ ອາ​ເມ​ລິ​ກາ, ທ່ານ Rusell K. Statman ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ບໍ​ລິ​ສັດ Registrar ຖື​ວ່າ: ຄວາມ​ຫຍຸ້ງ​ຍາກ​ໃຫຍ່​ສຸດ​ສຳ​ລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເວົ້​າ​ລວມ ແລະ ແຂວງ ທາຍງວຽນ ເວົ້າ​ສະ​ເພາະ ແມ່ນ ເລື່ອງ​ກຳ​ແຫນ້ນ ແລະ ໝູນ​ໃຊ້​ຂໍ້​ກຳ​ນົດ​ດ້ານ​ກົດ​ໝາຍ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ນຳ​ເຂົ້າ​ສົ່ງ​ອອກ. ລະ​ບົບ​ກົດ​ໝາຍ​ຂອງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ມີ​ຫລາຍ​ຈຸດ​ແຕກ​ຕ່າງ​ກັນ, ສະ​ນັ້ນ ວິ​ສາ​ຫະ​ກິດ ຢາກ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ ຄວນ​ກຳ​ແຫນ້ນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອາ​ເມ​ລິ​ກາ ຢ່າງ​ລະ​ອຽດ. ​​

 

 

ຕອບກັບ

ຂ່າວ/ບົດ​ອື່ນ