ພົບປະ,ອວຍພອນບຸນເຕັດຜູ້ມີຍົດຖາບັນດາສັກ,ສາສະໜາຕ່າງໆແລະຊາວຫວຽດນາມອາໄສຢູ່ຕ່າງປະເທດ

ພົບປະ,ອວຍພອນບຸນເຕັດຜູ້ມີຍົດຖາບັນດາສັກ,ສາສະໜາຕ່າງໆແລະຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ພົບ​ປະ,ອວຍ​ພອນ​ບຸນ​ເຕັດ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ,
ສາ​ສະ​ໜາ​ຕ່າງ​ໆ​ແລະຊ​າວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ
(ພາບ: TTXVN)


(vovworld) –​ ວັນ​ທີ 02/02, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​​ຫວຽດ​ນາມ ນະ​ຄອນ​ເກີນ​ເທີ ໄດ້​ຈັດງານ​ພົບ​ປະ​ສ້າງ​ສັນ​​ກັບຜູ້​ແທນ 120 ຄົນ ເຊິ່ງ​ແມ່ນຜູ້​​ທີ່ມີ​ຍົດ​ຖາ​ບັນ​ດາ​ສັກ, ​ທີ່​ຕາງ​​ໜ້າ​ໃຫ້​ສາ​ສະ​ໜາຕ່າງໆ​ໃນ​ບໍ​ລິ​ເວນ ເນື່ອງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີ​ວອກ 2016. ທີ່​​ງານ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກີນ​ເທີ ຫວ​ໍ​ທິ​ຮົ່ງ​ແອງ ໃຫ້​ຮູ້​ວ່າ, ປີ 2015, ດ້ວຍ​ຄວາມ​ມາ​ນະ​ພະ​ຍາມ​ຂອງ​ບັນ​ດາ​ຂະ​ແໜງ​ການ, ທຸກ​ຂັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ, ກໍ​ຄື​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ​ມີ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ. ​ນະ​ຄອນ ເກີນ​ເທີ ໄດ້​ປະ​ຕິ​ບັດສຳ​ເລັດ 15/16 ມາດ​ຖານ​ທີ່​ໄດ້​ວາງ​ອອກ; ຮັກ​ສາລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ ກ​ໍ​ຄື​​ດັດ​ຊະ​ນີ​ຄວາມ​ສາ​ມາດ​ແກ່ງ​ແຍ່ງ ​ເຊິ່ງ​ໄດ້​ຮັບ​ການ​ຕີລາ​ຄາ​ວ່າ​ແມ່ນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມກະ​ໂດດ​ຂັ້​ນ. ອັດ​ຕາ​​ສ່ວນຄອບ​ຄົວ​ທຸກ​ຍາກ​ຫຼຸດ​ລົງ​ສະ​ເລ່ຍ 1,3%/ປີ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ຊົນ​ເຜົ່າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັ​ນ​ໄດ້​ຊັດ. ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ ໄດ້​​ຂອບ​ອົກ​ຂອບ​ໃຈ​ນະ​ຄອນ​ເກີນ​ເທີ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ປະ​ຕິ​ບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ທັງ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ, ​ຊາວ​ເຜົ່​າ​ຂະ​ແມ ໃນ​ບໍ​ລິ​ເວນ​​ນະ​ຄອ​ນ.

      ທີ່​ງານ​ພົບ​ປະ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ອາ​ໄ​ສ​ຢູ່​ຕ່າງ​ປະ​ເທດ ​ທີ່ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016, ວັນ​ທີ 02/02, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເຮົ້າ​ຢາງ ໄດ້​ມອບ​ໃບ​ຍ​້ອງ​ຍໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ 11 ຄົນ ທີ່​ໄດ​້​ປະ​ກອບ​ສ່ວນ​ໃຫ້​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ໃນ​ຊຸມ​ປີ​ຜ່ານ​ມາ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແຂວງ​ເຮົ້າ​ຢາງ ໄດ້​ສະ​ແ​ດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງກ​ຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊ​າດທີ່​ສະ​ໜິດຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອ​ນ, ປະ​ເທດ​ຊາດ, ໜູນ​ຊ່ວຍ​ຍາດ​ຕິ​ພີ​່ນ້ອງ​ພາຍ​ໃນ​ປະ​ເທດ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ແຂວງ ກຽນ​ຢາງ ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງ​ສັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຍາດ​ຕິ​ພີ່​ນ້ອງ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່​າງ​ປະ​ເທດ​ປະ​ມານ 400 ຄົນ ​ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ​ 2016. ແຂວງ​ກຽນ​ຢາງ ມີ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ຫຼາຍ​ຄົນກັບ​ເມືອ​ປະ​ເທດ​ ເພື່ອຮ່ວມ​ມື​ລົງ​ທຶນ, ຜະ​ລິດ​ດຳ​ເນີນ​ທຸ​ລ​ະ​ກິດ​ໃນ​ຫຼາຍ​ຂົງ​ເຂດ. ການ​ປະ​ກອບ​ສ່ວນ ແລະ ​ການໜູນ​ຊ່ວຍ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ເຂົ້າ​ໃນ​​ການແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຢູ່​ບາງ​ເຂດ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ຫ່າງ​ໄກຊອກ​ຫີິຼກ, ເຂດ​ຊົນ​ເຜົ່າ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ