ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) - ທີ່ຫຼັກໝາຍຊາຍແດນ 3 ປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ພ້ອມກັນປະຕິບັດພິທີເຄົາລົບທຸງ, ທາສີຫຼັກໝາຍອະທິປະໄຕ; ເປັນສັກຂີພິຍານການເຄື່ອນໄຫວສົມທົບກັນຈັດຕັ້ງການລາດຕາເວນ
ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ລາວ - ຫວຽດນາມ - ກຳປູເຈຍ

ຕອນເຊົ້າວັນທີ 14 ທັນວາ, ຢູ່ເຂດຊາຍແດນຮ່ວມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ຢູ່ນະຄອນ ກອນຕຸມ, ແຂວງ ກອນຕຸມ, ໄດ້ຈັດລາຍການພົບປະແລກປ່ຽນມີດຕະພາບເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ.

        ທີ່ຫຼັກໝາຍຊາຍແດນ 3 ປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ພ້ອມກັນປະຕິບັດພິທີເຄົາລົບທຸງ, ທາສີຫຼັກໝາຍອະທິປະໄຕ; ເປັນສັກຂີພິຍານການເຄື່ອນໄຫວສົມທົບກັນຈັດຕັ້ງການລາດຕາເວນ, ກວດກາຫຼັກໝາຍຊາຍແດນ 3 ແຍກຊາຍແດນຂອງກຳລັງປ້ອງກັນຊາຍແດນ 3 ປະເທດ, ປູກຕົ້ນໄມ້ມິດຕະພາບ, ເປັນສັກຂີພິຍານພິທີຊ້ອມຮົບຮ່ວມຂອງກຳລັງເສນາຮັກລະຫວ່າງກອງທັບ 3 ປະເທດ. ທ່ານ ພົນຈັດຕະວາ ຫງວຽນເຈືຶ່ອງຢາງ, ຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ, ໃຫ້ຮູ້ວ່າ:

        “ການຊ້ອມຮົບຄັ້ງນີ້ມີຄວາມໝາຍໃຫຍ່ຕໍ່ການສົມທົບ, ການຮ່ວມມືດ້ານເສນາຮັກ 3 ປະເທດໃນການຊີ້ນຳ, ບໍລິຫານ, ຈັດຕັ້ງກຳລັງເພື່ອໜູນຊ່ວຍໃຫ້ປະຊາຊົນ ຖ້າມີກໍລະນີເກີດຂຶ້ນ. ທີສອງແມ່ນ ໃນວຽກງານກະກຽມ, ບຳລຸງສ້າງ ແລະ ພິເສດແມ່ນຜັນຂະຫຍາຍການກູ້ຊ່ວຍຄົນເຈັບໃນກໍລະນີສຸກເສີນໃນອະນາຄົດທີ່ອາດຈະເກີດຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ