ພົບປະແລກປ່ຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ລາວ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດາມ - ລາວ, ແຕ່ວັນທີ 24 -28 ກໍລະກົດ, ຢູ່ ດ່ານັ້ງ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ແລະ ການພົບປະແລກປ່ຽນວຽກງານຄັ້ງທີ 9. 
 
ພົບປະແລກປ່ຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ລາວ - ảnh 1ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງກອງປະຊຸມ ສຳມະນາ

ກ່າວຄຳເຫັນທີ່ວາລະໄຂໃນຕອນເຊົ້າວັນທີ 25 ກໍລະກົດ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າການຈັດຕັ້ງກອງປະຊຸມສຳມະນາປະຈຳປີ ແລະ ການພົບປະແລກປ່ຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ແມ່ນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງ, ການແບ່ງປັນບົດຮຽນກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງ 2 ອົງການຊ່ວຍວຽກຂອງສະພາແຫ່ງຊາດ 2 ປະເທດ:

        “ຕ້ອງເລືອກເຟັ້ນບັນດາຫົວຂໍ້ລະອຽດຈາກພຶດຕິກຳຕົວຈິງຮັບໃຊ້ ແລະ ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດເພື່ອແລກປ່ຽນ, ແບ່ງປັນບົດຮຽນນັບທັງບົດບາດຂອງເລຂາທິການໃຫຍ່ ແລະ ຄະນະເລຂາສະພາແຫ່ງຊາດ 2 ປະເທດ ໃນການສົມທົບກັນຊີ້ນຳວຽກງານຄົ້ນຄ້ວາ, ເປັນເສນາທິການສັງລວມ ແລະ ພຶດຕິກຳຕົວຈິງໃນການຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດຊ່ວຍໃຫ້ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດປະຕິບັດວຽກງານພົວພັນຕ່າງປະເທດ, ວຽກງານພົວພັນພາຍໃນ ແລະ ຮັກສາການພົວພັນກັບບັນດາສະມາຊິກສະພາແຫ່ງຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ