ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາຍແດນຫວຽດນາມ - ລາວ 2012

ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເຂດຊາຍແດນຫວຽດນາມ - ລາວ 2012 - ảnh 1
ພາບປະກອບ

(vovworld) - ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ປີ 2012 ຈະ​ຖື​ກຈັດ​ຂຶ້ນ​ແຕ່​ລະຫວ່າງ​ວັນ​ທີ 8 ຫາທ້າຍ​ປີ 2012 ຢູ່​​ແຂວງ, ນະຄອນ​ຕ່າງໆ​ຂອງ​ຫວຽດນາມ ​ແລະ ລາວ. ນີ​​້​ເປັນ​ຄັ້ງ​ທຳ​ອິດ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະ​ນະ​ທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ​ຖືກ​ຈັດ​ຕັ້ງ​ຂຶ້ນ.

ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 9/8 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ລາຍການ​ພົບ​ປະ​ແລກປ່ຽນ ຈະ​ຈັດ​ຕັ້ງ​ຂຶ້ນໃນ​ທົ່ວ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ (ລວມ 10 ​ແຂວງຂອງ​ຫວຽດນາມ ​ແລະ 10 ​ແຂວງ​ຂອງ ລາວ ​ເຂົ້າ​ຮ່ວມ). ​ເນື້ອ​ໃນ​ການ​ພົບ​ປະ​ແລກປ່ຽນ​ລວມມີ: ງານ​ວາງສະ​ແດງ​ແນະນຳ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສິລະ​ປະ​ສະບຽງ​ອາຫານ, ບ້ານ​ອາຊີ​ບທີ່​ເປັນ​ມູນ​ເຊື້ອ, ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ທ້ອງ​ຖີ່​ນ, ກອງ​ປະຊຸມ​ສຳ​ມະ​ນາ​ການທ່ອງທ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ -ວັດທະ​ນະ​ທຳ​ເຂດ​ຊາຍ​ແດນ.​.​.​ ທ່ານ Hoang Duc Hau, ຫົວໜ້າ​ກົມ​ວັດທະນະທຳ​ຊົນ​ເຜົ່າ ສັງ​ກັດ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ງານ​ພົບ​ປະ​ແລກປ່ຽນ​ນີ້​ແມ່ນ​ແທດ​ຈິງ​, ສະໜິດ​ຕິດ​ພັນທີ່​ສຸດ ​ແລະ ສ້າງ​ກາລະ​​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ລຽບ​ຕາມ​ຊາຍ​ແດນ​ຫວຽດນາມ - ລາວ ມີ​ເງື່ອນ​ໄຂ​ສືບ​ຕໍ່​ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ທັງ 2 ປະ​ເທດ. ພາຍຫຼັງ​ການ​ເຄື່ອນ​ໄຫວ​ນີ້, ກະຊວງ​ຈະ​ຈັດ​ກອງ​ປະຊຸມ​ປືກສາ​ຫາລື ກັບ​ບັນດາ​ແຂວງ​ມີ​ຊາຍ​ແດນ​ຕິດກັບ ລາວ ​ເພື່ອ​ເປັນ​ເອກະ​ພາບ​​ໃນ​ການຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ເປັນປະຈຳ 3 ປີ ຫຼື 5 ປີ​ເທື່​ອໜຶ່ງ ​ແລະ ພັດ​ປ່ຽນ​ກັນ​ຈັດ​ຕັ້ງ. ງານ​ພົບ​ປະ​ແລ​ກປ່ຽນ​ນີ້​ຈະ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ”

ພິທີ​ໄຂ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເຂ​ດຊາຍ​ແດນ​ຫວຽດນາມ - ລາວ ຈະ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ຄຳ່​ວັນ​ທີ 18/8 ຢູ່​ແຂວງ​ຮ່າ​ຕີ້​ງ. ພິທີ​ອັດ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 12/2012 ຢູ່ ລາວ.

ຂ່າວ/ບົດ​ອື່ນ