ພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ

ພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 17/11, ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 1 ປີ 2016, ​ໂດຍ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ແຂວງ ຈ່າ​ວີ​ງ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຢູ່​ມະຫາວິທະຍາ​ໄລ ຈ່າວ​ີງ. ລາຍ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ​ເກີນ​ເທີ. ລາຍການ​ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ສະ​ແດງ​​ດົນຕີປະ​ເພດ​ຕ່າງໆ, ສະ​ແດງ​ຊຸດ​ອາພອນ​ປະຈຳ​ຊາດ, ວັດທະນະທຳສິລະ​ປະ​ຊົງ​ຊາ​ຍີ່ປຸ່ນ, ສິລະ​ປະປັກ​ດອກ​​ໄມ້, ພັນ​ເຈ້ຍ ຍີ່ປຸ່ນ, ງານ​ດອງ​ຂອງ​ຊົນ​ເຜົ່າ​ຂະ​ແມ, ຕະຫລາດນັດ​ບ້ານນາ ຫວຽດນາມ, ສິລະ​ປະຟ້ອ​ນລຳ​ທຳ​ເພງ ​ແລະ ອາຫານ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ, ວາງສະ​ແດງ​ແນະນຳ​ຜະລິດ​ຕະພັນ ​ແລະ ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ຮູບ​ພາບ​ວັດທະນະທຳ 2 ປະ​ເທດ. ນີ້​ແມ່ນ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຊື່ອ​ມຕໍ່​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ, ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ໃນ​ຫລາຍ​ຂົງ​ເຂດ​ ​ແລະ ​ເຊີດ​ຊູ​ສີສັນ​ວັດທະນະທຳອັນ​ດີງາມ​ຂອງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ, ລາຍການ​ກໍ່ສ​້າງ​ເງື່ອນ​ໄຂ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້​ກ່ຽວ​ກັບ​ເຂດ​ດິນ ​ແລະ ຊາວ ຈ່າ​ວີ​ງ, ຄວາມ​ສາມາດ​ບົ່​ມຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຂວງ ​ເພື່ອ​ລົງ​ນາມ​ ​ລົງທຶນ​ຜະລິ​ດດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ