ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ສາ​ກົນ “ຕ້ອນ​ຮັບ​ປີ​ໃໝ່ 2023”

(VOVWORLD) -ຕອນຄ່ຳວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສິລະປະສາກົນ “ຕ້ອນຮັບປີໃໝ່ 2023”. 
ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ​ສາ​ກົນ “ຕ້ອນ​ຮັບ​ປີ​ໃໝ່ 2023” - ảnh 1ທ່ານນາງ ເຈິ່ນທິເຟືອງ, ຮອງປະທານຜູ້ປະຈຳການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ການພົບປະແລກປ່ຽນ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈິ່ນທິເຟືອງ, ຮອງປະທານຜູ້ປະຈຳການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຮ່າໂນ້ຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາຜູ້ແທນສາກົນ ທີ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ຮ່າໂນ້ຍໃນເວທີສາກົນ. ລາຍການສະແດງສິລະປະ ໄດ້ຈັດຂຶ້ນຢ່າງພິຖີພິຖັນ, ໂດດເດັ່ນດ້ວຍຫຼາກຫຼາຍສີສັນທີ່ອຸດົມສົມບູນ ໂດຍບັນດານັກສິລະປິນ, ນັກສະແດງ ຫວຽດນາມ ແລະ ບັນດານັກສິລະປິນສະໝັກຫຼິ້ນຕ່າງປະເທດມາສະແດງ. ລາຍການແມ່ນຂອງຂວັນທີ່ສະຫງວນໃຫ້ແກ່ບັນດາຜູ້ແທນ ຫວຽດນາມ ແລະ ເພື່ອນມິດສາກົນ ໃນໂອກາດປີໃໝ່, ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ ລະຫວ່າງປະຊາຊົນ ຫວຽດນາມ ກັບ ປະຊາຊົນບັນດາປະເທດເວົ້າລວມ ແລະ ລະຫວ່າງປະຊາຊົນນະຄອນຫຼວງຮ່າໂນ້ຍ ກັບປະຊາຊົນບັນດານະຄອນຫຼວງ, ນະຄອນຕ່າງໆໃນໂລກ. ລາຍການກໍ່ແມ່ນໂອກາດເພື່ອໂຄສະນາເຜີຍແຜ່ພາບພົດນະຄອນຫຼວງຮ່າໂນ້ຍ - ນະຄອນເພື່ອເພື່ອສັນຕິພາບ, ເປັນມິດ, ຮັກແພງແຂກຄົນ ກັບເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ