ພົບ​ປະ​ແລກ​ປ່ຽນ​ແຂ່ງ​ຂັນກິ​ລາ​, ວ​ັດ​ທະ​ນາ​ທຳ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ສາ​ມັກ​ຄີ​ມັດ​ຕະ​ພາບ ຫວຽດ​ນາມ - ລາວ 2022

(VOVWORLD) - ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງຫຼວງພະບາງ, ທາງພາກເໜືອ ລາວ ຫາກໍ່ສົມທົບກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຢູ່ແຂວງ ເລີ່ມຕົ້ນບັນດາການເຄື່ອນໄຫວຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
ພົບ​ປະ​ແລກ​ປ່ຽນ​ແຂ່ງ​ຂັນກິ​ລາ​, ວ​ັດ​ທະ​ນາ​ທຳ​ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ສາ​ມັກ​ຄີ​ມັດ​ຕະ​ພາບ ຫວຽດ​ນາມ - ລາວ 2022 - ảnh 1ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຫງວຽນດັງຮຸ່ງ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຫງວຽນດັງຮຸ່ງເນັ້ນໜັກວ່າ ການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນກິລາ ວັດທະນະທຳອາຫານການກິນກໍ່ແມ່ນໂອກາດເພື່ອສືບຕໍ່ສະແດງ ແລະ ຢັ້ງຢືນການຮ່ວມມືສະໜິດຕິດພັນລະຫວ່າງປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງກັບອຳນາດການປົກຄອງ ແລະ ປະຊາຊົນ ທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ໃນໂອກາດນີ້, ທ່ານ ຫງວຽນດັງຮຸ່ງ ກໍ່ໄດ້ສົ່ງຂອບໃຈມາຍັງການນຳແຂວງ ແລະ ພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຍາມໃດກໍ່ເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສູນໃຫຍ່ໃນທຸກການເຄື່ອນໄຫວ, ທ່ານຫວັງວ່າຈະສືບຕໍ່ໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ຈາກບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ແລະ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼວງພະບາງ ເພື່ອສືບຕໍ່ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຕໍ່ໄປໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ໃຫ້ເປັນຢ່າງດີ.

        ລາຍການພົບປະແລກປ່ຽນແຂ່ງຂັນກິລາ, ວັດທະນະທຳອາຫານການກິນ ຕ້ອນຮັບປີສາມັກຄີມິດຕະພາບ ຫວຽດ - ລາວ ປີ 2022 ໄດ້ດຳເນີນດ້ວຍຫຼາຍການເຄື່ອນໄຫວຄືແຕະບານມິດຕະພາບ 7 ຄົນ, ພົບປະແລກປ່ຽນດ້ານວັດທະນະທຳ, ອາຫານການກິນ ແລະ ການສະແດງສິລະປະທີ່ເປັນມູເຊື້ອລະຫວ່າງຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ