ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ກໍລະນີ ລວມເປັນ 15 ກໍລະນີ

(VOVWORLD) -ຮອດວັນທີ 8 ເມສານີ້, ສປປ ລາວ ກວດພົບຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເພີ່ມອີກ 1 ກໍລະນີ,  ຈາກຜົນກວດວິເຄາະຫາເຊື້ອ ທັງໝົດ 36 ກໍລະນີ, ເຊິ່ງເປັນເພດຍິງ, ອາຍຸ 20 ປີ, ນັກສຶກລາວເດີນທາງມາຈາກປະເທດອັງກິດ, ລວມເປັນ 15 ກໍລະນີ.

 ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກຢືນຢັນ ໃນພິທີຖະແຫລງຂ່າວ ໃນວັນທີ 8 ເມສາ 2020 ນີ້ວ່າ: ມາຮອດວັນທີ 8 ເມສານີ້, ສປປ ລາວ ກວດພົບຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເພີ່ມອີກ 1 ກໍລະນີ,  ຈາກຜົນກວດວິເຄາະຫາເຊື້ອ ທັງໝົດ 36 ກໍລະນີ, ເຊິ່ງເປັນເພດຍິງ, ອາຍຸ 20 ປີ, ນັກສຶກລາວເດີນທາງ ມາຈາກປະເທດອັງກິດ, ລວມເປັນ 15 ກໍລະນີ.

ທ່ານ ພູທອນ ເມືອງປາກ ໄດ້ລາຍງານວ່າ: ນັບແຕ່ເດືອນມັງກອນ ຮອດ ວັນທີ 6 ເມສາ 2020 ຄະນະສະເພາະກິດ ໄດ້ເກັບຕົວຢ່າງມາກວດທັງໝົດ 781 ຄົນ, ກວດພົບເຊື້ອທັງໝົດ 15 ຄົນ (ເພີ່ມ 1 ຄົນ) ແລະ ທັງໝົດນັ້ນ 12 ຄົນ ປິ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫລວງວຽງຈັນ, 3 ຄົນ ປິ່ນປົວຢູ່ໂຮງໝໍ ແຂວງຫລວງພະບາງ, ສຳລັບຜູ້ຕິດເຊື້ອ ກໍລະນີ ທີ່ 15 ແມ່ນເພດຍິງ, ອາຍຸ 20 ປີ, ນັກສຶກສາກັບມາຈາກປະເທດອັງກິດ, ປັດຈຸບັນ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ, ນະຄອນ ຫລວງວຽງຈັນ (ຜູ້ກ່ຽວບໍ່ໄດ້ກັບບ້ານແຕ່ມື້ລົງຍົນມາ ແລ້ວເດີນທາງໄປຢູ່ເຮືອນສວນ ກັບກໍລະນີຢັ້ງຢືນ 12), ຜູ້ສຳຜັດໃກ້ຊິດ ກໍລະນີທີ 15 ມີ ທັງໝົດ 5 ຄົນ.

ສ່ວນປະຫວັດການເດີນທາງ ຂອງຜູ້ຕິດເຊື້ອທີ 15 ໃນວັນທີ 22 ມີນາ 2020 ຜູ້ກ່ຽວເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດ ສະໜາມບິນສຸວັນນະພູມ ປະເທດໄທ, ວັນທີ 23  ມີນາ 2020 ເດີນທາງຈາກ ສະໜາມບິນສຸວັນນະພູມ ມາສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574, ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບີນດຽວກັນ ກັບກໍລະນີຢັ້ງຢືນການຕິດເຊື້ອທີ 11  ສັນຊາດ Papua New Guinea ແລະ ກໍລະນີທີ 12, ພາຍຫລັງມາຮອດສະໜາມບິນ, ນ້າສາວຂອງກໍລະນີທີ 12 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈໍາກັດບໍລິເວນຕົນເອງຢູ່ເຮືອນສວນ ກັບ ກໍລະນີ ທີ 12, ຮອດວັນທີ 5 ເມສາ ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບເຊື້ອ ກໍໄດ້ກັບຄືນໄປຢູ່ບ້ານສວນ ກັບນ້າສາວຂອງກໍລະນີທີ 12, ຮອດວັນທີ 7 ເມສາ ໄດ້ມາກວດຄືນ ພົບເຊື້ອ COVID-19 ແລະ ໄດ້ຮັບເຂົ້ານອນຕິດຕາມ ອາການຢູ່ໂຮງໝໍມິດຕະພາບ.

      ຢ່າງໃດກໍ່ຕາມ ເພື່ອສະກັດກັ້ນການແຜ່ລະບາດ ຂອງເຊື້ອໄວຣັດນີ້ ບໍ່ໃຫ້ເພີ່ມຂຶ້ນອີກໃນລາວ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະຕິບັດຄຳສັ່ງ ເລກທີ 06/ນຍ ຂອງລັດຖະບານວາງ ອອກຢ່າງເຄັ່ງຄັດ ເປັນຕົ້ນ ໃຫ້ຢຸດເຄື່ອນໄຫວ, ຢຸດອອກບ້ານ, ຢຸດຊຸມແຊວ, ຢຸດໄປມາຫາສູ່ເຊິ່ງກັນ ແລະ ກັນ ຈົນກວ່າສະຖານະການຈະດີຂຶ້ນ ເພື່ອຄອບຄົວ, ເພື່ອສັງຄົມ ແລະ ເພື່ອປະເທດຊາດ ຕ້ານໂຄວິດ-19 ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຄັດຈາກ ຂປລ.

ຕອບກັບ

ຂ່າວ/ບົດ​ອື່ນ