ພົບເຫັນກຳມັນຕະພາບ ລັງສີລະດັບສູງຢູ່ໂຮງງານ ໄຟຟ້ານິວເຄຼຍ Fukushima

ພົບເຫັນກຳມັນຕະພາບ ລັງສີລະດັບສູງຢູ່ໂຮງງານ ໄຟຟ້ານິວເຄຼຍ Fukushima - ảnh 1
ໂຮງງານ​ໄຟຟ​້ານິວ​ເຄຼຍ Fukushima
(ພາບປະກອບ)


(vovworld) – ​ ວັນ​ທີ 07/07, ບໍ​ລິ​ສັດ​ໄຟຟ້າ ​ໂຕ​ກຽວ (TEPCO) ຂອງ​ຢີ່ປຸ່ນ ​​ແຈ້ງ​ໃຫ້​ຮູ້ວ່າ ​ໄດ້​ພົບ​ເຫັນກຳ​ມັນ​ຕະພາບ​ລັງສີ Triti ດ້ວຍ​ລະດັບ​ສູງ​ໃນ​ນ້ຳ​ໃຕ້​ດິນ​ຢູ່ໂຮງງານ​ໄຟຟ​້ານິວ​ເຄຼຍ Fukushima ​ເລກ 1. TEPCO ​ໃຫ້​ຮູ້ວ່າ ​ໝາກຜົນ​ຂອງ​ການ​ກວດກາ​ໃຫ້​ເຫັນ​ວ່າ ທາດ​ພິດ Triti, ທີ່​​ໄດ້​ພົບ​ເຫັນ​ມີ​ລະດັບສູງ​ກວ່າລະດັບ​ອະ​ນຸຍາດ​ 10 ​ເທົ່າ. TEPCO ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ກີດຂວາງບໍ່​ໃຫ້ທາດ Triti ​ແຜ່​ລາມ​ອອກຢູ່​ບັນດາ​ກິດຈະກຳ​ກໍ່ສ້າງ ​ແລະ ​ຕິດຕາມ​ລະດັບ​ມົນ​ລະ​ພິດຢ່າງຮອບດ້ານ. ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Fukushima ​ເລກ 1 ​​ປະສົບ​ໄພພິບັດ​ຈາກແຜນ​ດິນ​ໄຫວ ​ແລະ ຄື້ນ​ຍັກ ​ເມື່ອ​ເດືອນ 3/2011, ເຮັດ​ໃຫ້​ປະຊາຊົນ​ນັບ​ພັນໆ​ຄົນ ຕ້ອງ​ປະລະ​ເຮືອນ​ຊານ​ໄປ​ອາ​ໃສ​ຢູ່​ບ່ອນ​ອື່ນ.
ຂ່າວ/ບົດ​ອື່ນ