ພົບເຫັນບັນດາຊາກສົບທຳອິດໃນເຮືອບັກSEAWOLຂອງສເກົາຫລີຖືກຈົມນ້ຳ

ພົບເຫັນບັນດາຊາກສົບທຳອິດໃນເຮືອບັກSEAWOLຂອງສເກົາຫລີຖືກຈົມນ້ຳ - ảnh 1
ກຳປັ່ນກູ້ໄພກູ້ຊີບພວມເຄື່ອນໄຫວຊອກຫາຜູ້ຫາຍສາບສູນ
photo:Reuters.

(vovworld)- ຕອນ​ເຊົ້າ​ວັນ​ທີ 19/4,   3 ຊາກ​ສົບ​ທຳ​ອິດ​ໄດ້​ພົບ​ເຫັນ​ໃນ​ເຮືອ​ບັກ Seawol, ພາຍຫລັງ 3 ມື້​ທີ່​ເຮືອ​ບັກ​ລຳ​ດັ່ງກ່າວ​ຖືກ​ຈົມ​ນ້ຳ​ຢູ່​ເຂດ​ທະ​ເລ​ທາງທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ນີ້. ບັນດາ​ຊາກ​ສົບ​ຖືກ​ພົບ​ເຫັນ​ຢູ່​ຊັ້ນ 4 ຂອງ​​ເຮືອ​ບັກ. ຕອນ​ຄຳ່​ວັນ​ທີ 18/4,​  ບັນດາ​ນັກ​ດຳ​ນ້ຳມານະ​ພະຍາຍາມ​ເຂົ້າ​​ ຫ້ອງ​ຜູ້​ໂດຍສານ​ຢູ່ຊັ້ນ 3 ​ແລະ ຊັ້ນ 4 ​ແຕ່​ບໍ່​ທັນ​ເຂົ້າ​ໃນ​ໄດ້ ຍ້ອນ​ການ​ທຳລາຍ​ປະຕູ​ຫ້ອງ​ນີ້​ແມ່ນ​ຫຍຸ້ງຍາກ​ທີ່​ສຸດ. ຄາດ​ວ່າ ມີ ຜູ້​ໂດຍສານ 87 ຄົນ​ພວມ​ຢູ່ ກາ​ບີນ ຊັ້ນ 3,    353 ຄົນ​ຢູ່ ຊັ້ນ 4 ​ແລະ 7 ຄົນ​ຢູ່​ຊັ້ນ 5. ຕອນ​ເຊົ້າ​ວັນ​ດຽວ​ກັນ, Lee Joon Seok ກັບຕັນ​ເຮືອບັກ​ລຳ​ດັ່ງກ່າວ​ ຖືກ​ຈັບ​ຕົວ. ​ເມື່ອ​ຖາມ​ກ່ຽວ​ກັບ​ສາຍ​ເຫດ​​​ໂຈະ​ການ​ຍົກຍ້າຍ​ຜູ້​ໂດຍສານ​ອອກ​ຈາກ​​ເຮືອ​ບັກ Seawol, ກັບຕັນ​ຄົນ​ນີ້​ໃຫ້​ຮູ້​ວ່າ: ຍ້ອນ​ອາກາດ​ຢູ່​ເຂດ​ທະ​ເລ​ນີ້​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ ​ແລະ ບໍ່​ທັນ​ເຫັນ​ກຳ​ປັ່ນ​ກູ້​ໄພ​ກູ້​ຊີບ​ມາ ກໍ​ຄື​ບໍ່​ເຫັນ​ກຳ​ປັ່ນ​ຫາ​ປາ​ລຳ​ໃດ​ຢູ່​ອ້ອມ​ແອ້ມ. ​ໄລ່​ມາ​ຮອດ 22 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ວັນ​ທີ 18/4, ຜູ້​ຖືກ​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ 29 ຄົນ, ​ໃນ​ຂະນະ​ທີ່ 274 ຄົນ​ພວມ​ຫາຍ​ສາບ​ສູນ ​ແລະ ​ໄດ້​ກູ້​ເອົາ​ຊີວິດ174 ຄົນ.

 

 

 

ຂ່າວ/ບົດ​ອື່ນ