ພູພຽງຫີນດົ່ງວັນ ດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ

ພູພຽງຫີນດົ່ງວັນ ດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ - ảnh 1
(ພູ​ພຽງ​ຫີນ​ດົ່ງ​ວັນ)

(vovworld) – ​ໃນ​ໂອກາດ​ວັນ​ປົດ​ປ່ອຍ​ພາກ​ໃຕ້ຢ່າງ​ສົມ​ບຸນ, ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ວັນ​ທີ 30/4 ​ແລະ ວັນ​ກຳມະກອນ​ສາກົນ 1/5. ດ້ວຍ​ເວລາ​ພັກຜ່ອນ​ທີ່​ແກ່ຍາວ​ໃນ 5 ວັນ, ດັ່ງ​ນັ້ນ, ນັກ​ທ່ອງ​ທ່ຽວ​ໄດ້​ມາ​ຢ້ຽມຢາມ​ສວນສາທາລະນະ​ທໍລະນີ​ສາດ​ທົ່ວ​ໂລກ ພູ​ພຽງ​ຫີນ​ດົ່ງ​ວັນ ດ້ວຍ​ຈຳນວນ​ຫຼາຍ​ທີ່​ສຸດ. ສະ​ເພາະ​ໃນ 2 ວັນ ຄື​ວັນ​ທີ 30/4 ​ແລະ 1/5 ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ດົ່ງ​ວັນ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັບ​ພັນ​ເທື່ອ​ຄົນ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກວມ​ປະມານ 30%, ສ່ວນ​ຍັງ​ເຫຼືອ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ພາກ​ກາງ ​ແລະ ພາກ​ໃຕ້. ບັນດາສະຖານ​ທີ່​ ທີ່​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກວ່າ​ໝູ່​ແມ່ນ ​ເສົາ​ທຸງຊາດ ຫຼຸ​ງກູ໋, ຄຸ້ມ​ເມືອງ​ເກົ່າ​ດົ່ງ​ວັນ, ພູ​ໂດຍ (ພູ​ເປັນ​ຄູ່) ຢູ່​ເມືອງ​ກວານບ້າ, ກີ່ວ​ມ້າ​ປີ່​ແລ່ງ​ຢູ່​ເມືອງ​ແມ່ວຫວາ​ກ… ພິ​ເສດ​ມາ​ຢ້ຽມຢາມ​ເຂດ​ພູ​ພຽງ​ຫີນ​ໃນ​ຊຸມ​ມື້​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຢ້ຽມ​ຊົມ​ທັດສະນີ​ຍະ​ພາບ​ທີ່​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ​ຂອງ​ເຂດ​ພູ​ພຽງ​ຫີນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຊົມ​ຜູ້​ຊາຍ​ຊາວ​ເຜົ່າ​ມົ້ງ ຟ້ອນ​ແຄ່ນ​ຢູ່​ບັນດາຕະຫຼາດ​ນັກ, ​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ ​ແລະ ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ມົ້ງ, ຊາວ​ເຜົ່​ໂລ​ໂລ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ