ພິມຈຳໜ່າຍປື້ມຄົ້ນຫາກ່ຽວກັບຫວຽດນາມຢູ່ລັດເຊຍ

ພິມຈຳໜ່າຍປື້ມຄົ້ນຫາກ່ຽວກັບຫວຽດນາມຢູ່ລັດເຊຍ - ảnh 1
(ພາບປະກອບ)

(vovworld) – ປື້​ມຄົ້ນ​ຫາ​ “ຫວຽດນາມ ​ໃນ​ປະຈຸ​ບັນ” ​ໂດຍ​ສູນ​ຄົ້ນຄວ້າ​ຫວຽດນາມ ​ແລະ ອາ​ຊຽນ ສັງກັດ​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ - ສະ​ຖາ​ບັນມະຫາບັນດິດ​ວິທະຍາ​ສາດ​ລັດ​ເຊ​ຍ ພິມ​ຈຳ​ໜ່າຍ ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70​ ປີ​ແຫ່ງ​ວັນ​ເອກະລາດ​ຫວຽດນາມ, ​​ແມ່ນ​ມີການ​ເຂົ້າຮ່ວມຂອງ​ບັນດາ​ນັກ​ຊ່ຽວຊານ​ຄົ້ນ​ຄວ້າຫວຽດນາມ ​ແຖວ​ໜ້າ​ຂອງ​ລັດ​ເຊຍ, ລວ​​ມທັງ​ບັນດາ​ນັກ​ຊ່ຽວຊານ​ໜຸ່ມ ກໍ​ຄືລຸ້ນກ່ອນໆ ຈາກ​ບັນດາ​ສູນ​ວິທະຍາສາດ ​ແລະ ອົງການ​ວິທະຍາສາດ​ຕົວ​ຈິງອື່ນ​ໆຢູ່​ມົດສກູ, Saint Peterburg, Vladiovostok. ​ໂດຍ​​ຕ່າງ​​ກັບ​ບັນດາ​ປື້​ມຄົ້ນ​ຫາ​ກ່ຽວ​ກັບ​ຫວຽດນາມ ທີ່​ໄດ້​ພິ​ມຈຳ​ໜ້າຍຢູ່​ລັດ​ເຊຍ ​ກ່ອນ​ນັ້ນ, ປື້ມຫົວ​ນີ້ ​ໄດ້​ລວບ​ລວມ ​​ແລະ ​ເພີ່ມ​ເຕີມ​ບັນດາ​ກິດຈະກຳ​ຄົ້ນຄວ້າ​ໃໝ່ສຸດ ​ສ່ອງ​ແສງ​ບັນດາຜົນງານ ກໍ​ຄື​ບັນ​ດາ​ບັນຫາ​ພວມ​ດຳ​​ເນີນ​ໄປ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ. ກິດຈະກຳ​ວິທະ​ຍາ​ສາດ​ຕົວ​ຈິງ​ນີ້ ​ໄດ້​ຊ່ວຍ​ກຳນົດ​ທິດ​ໃຫ້​ບັນດາ​ອົງການ​ຢູ່​ສະຫະພັນ​ລັດ​ເຊ​ຍ ໃນ​ບັນຫາ​ຮ່ວມ​ມື​ກັບ​ຫວຽດນາມ, ຮັບ​ໃຊ້​ບັນດາ​ຮາກ​ຖານ​ສຶກສາ​ບຳລຸງ​ສ້າງ​ວິທະຍາສາດ ​ໃນ​ນັ້ນ​ມີ​ກາ​ນຄົ້ນ​ຄ້ວາ​ເຂດ​ອາຊີ​ຕາ​ເວັນ​ອອກ, ກໍ​ຄືຄຸນ​ປະ​ໂຫຍ​ດ​​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ​ຜູ້​ອ່ານ​ຫຼາຍ​ຄົນ​ທີ່ພວມ​ມີ​ຄວາ​ມສົນ​ໃຈ​ກ່ຽວ​ກັບ​ຫວຽດນາມ ​​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ