ພວກກະບົດ Boko Haram ບຸກໂຈມຕີເຂດທີ່ໝັ້ນການທະຫານຢູ່ ໄນຈີເລຍ

(VOVWORLD) -ພົນທະຫານນັບສິບໆຄົນ ຖືກເສຍຊີວິດພາຍຫຼັງເຫດບຸກໂຈມຕີເຂດທີ່ໝັ້ນການທະຫານຢູ່ບ້ານ Jilli, ເຂດ Geidam, ລັດ Yobe ຢູ່ທາງທິດຕາເວັນອອກສ່ຽງເໜືອ ໄນຈີເລຍ ຂອງພວກກະບົດອິດສະລາມ Boko Haram. 

ວັນທີ 16 ກໍລະກົດ, ບັນດາແຫຼ່ງຂ່າວຂອງອົງການປ້ອງກັນຄວາມສະຫງົບຂອງ ໄນຈີເລຍ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນກ່ອນນັ້ນ 02 ວັນ ພາຍຫຼັງການເກີດເຫດບຸກໂຈມຕີອື່ນ ແນໃສ່ພົນທະຫານຢູ່ລັດ Borno. ປັດຈຸບັນ, ຈໍານວນຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີຄັ້ງຫຼ້າສຸດນີ້ ຍັງບໍ່ທັນຮູ້ລາຍລະອຽດ. ເຖິງຢ່າງໃດກໍຕາມ, ຕາມແຫຼ່ງຂ່າວການທະຫານ ແລ້ວ, ມີພົນທະຫານເສຍຊີວິດຢ່າງໜ້ອຍ 31 ຄົນ, ໃນນັ້ນມີ ນາຍທະຫານ 03 ຄົນ ແລະ ພົນທະຫານ 24 ຄົນຖືກຮັບບາດເຈັບ.  

ຕອບກັບ

ຂ່າວ/ບົດ​ອື່ນ