ພວກກະບົດ Boko Haram ຢືນຢູ່ເບື້ອງຫຼັງເຫດລັກພາຕົວນັກຮຽນນັບຮ້ອຍຄົນຢູ່ ໄນຈີເລຍ

(VOVWORLD) -ພວກກະບົດ Boko Haram ໄດ້ອອກສຽງຍອມຮັບວ່າເປັນ ຕົວການລັກພາຕົວນັກຮຽນນັບຮ້ອຍຄົນຢູ່ລັດ Katsina, ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເລຍ.

ພວກກະບົດ Boko Haram ຢືນຢູ່ເບື້ອງຫຼັງເຫດລັກພາຕົວນັກຮຽນນັບຮ້ອຍຄົນຢູ່ ໄນຈີເລຍ - ảnh 1 ລັດຖະບານ ໄນຈີເລຍ ພວມມານະພະຍາຍາມເຈລະຈາກັບພວກລັກພາຕົວນັກຮຽນ 333 ຄົນ

(ພາບປະກອບ: AFP/TTXVN)

ວັນທີ 15 ທັນວາ, ພວກກະບົດ Boko Haram ໄດ້ອອກສຽງຍອມຮັບວ່າເປັນ ຕົວການລັກພາຕົວນັກຮຽນນັບຮ້ອຍຄົນຢູ່ລັດ Katsina, ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເລຍ. ໃນຂໍ້ຄວາມບັນທຶກສຽງ, ຫົວໂປຜູ້ໜຶ່ງຂອງ Boko Haram ຖະແຫຼງວ່າ: “ຂ້າພະເຈົ້າຊື່ Abubakar Shekau ແລະ ອ້າຍນ້ອງຂອງຂ້າພະເຈົ້າໄດ້ຢູ່ເບື້ອງຫຼັງເຫດລັກພາຕົວຢູ່ Katsina”.

        ປະຈຸບັນ, ລັດຖະບານ ໄນຈີເລຍ ພວມມານະພະຍາຍາມເຈລະຈາກັບພວກລັກພາຕົວນັກຮຽນ 333 ຄົນ ເມື່ອຕອນຄ່ຳວັນທີ 11 ທັນວາ. ວັນທີ 14/12, ຜູ້ວ່າການລັດ Katsina ທ່ານ Aminu Masari ໃຫ້ຮູ້ວ່າ, ເຈົ້າໜ້າທີ່ພວມມານະພະຍາຍາມປົກປ້ອງຕົວປະກັນ ສະນັ້ນຈຶ່ງບໍ່ໄດ້ເປີດເຜີຍລາຍລະອຽດເນື້ອໃນການເຈລະຈາລະຫວ່າງລັດຖະບານ ກັບພວກລັກພາຕົວ. ເຖິງຢ່າງໃດກໍ່ຕາມ, ຕາມກຳລັງປ້ອງກັນຄວາມສະຫງົບແລ້ວ, ພວກທີ່ລັກພາຕົວນັ້ນອາດຈະຮຽກຮ້ອງເງິນຄ່າໄຖ່ຈາກລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ