ພວກກະບົດ Houthi ປະກາດຍິງເຮືອບິນຂອງທະຫານປະສົມ ອາຣັບ ຕົກ

(VOVWORLD) - ເຮືອບິນດັ່ງກ່າວຖືກຕົກ ຍ້ອນສາຍເຫດດ້ານເຕັກນິກ ໃນຂະນະທີ່ພວມດຳເນີນບັ້ນຮົບການທະຫານ.
ພວກກະບົດ Houthi ປະກາດຍິງເຮືອບິນຂອງທະຫານປະສົມ ອາຣັບ ຕົກ - ảnh 1 ພວກກະບົດ Houthi ປະກາດຍິງເຮືອບິນຂອງທະຫານປະສົມ ອາຣັບ ຕົກ

ສຳນັກຂ່າວສານ Saba ໂດຍກຳລັງ Houthi ຢູ່ ເຢແມນ ຄວບຄຸມໃຫ້ຮູ້ວ່າ: ວັນທີ 07 ມັງກອນ ພວກກະບົດນີ້ ໄດ້ຍິງເຮືອບິນສູ້ຮົບຂອງທະຫານປະສົມໂດຍ ອາຣັບບີ ຊາອູດິດ ນຳໜ້າຢູ່ແຂວງ Saada ພາກເໜືອ ເຢແມນ 1 ລຳ ຕົກ. ເຮືອບິນດັ່ງກ່າວ ແມ່ນເຮືອບິນ Tornado GR4 ໂດຍ ອັງກິດ ຜະລິດ.

        ໃນຂະນະນັ້ນ, ສຳນັກຂ່າວສານ SPA ຂອງ ອາຣັບບີ ຊາອູດິດ ໃຫ້ຂ່າວວ່າ ເຮືອບິນດັ່ງກ່າວຖືກຕົກ ຍ້ອນສາຍເຫດດ້ານເຕັກນິກ ໃນຂະນະທີ່ພວມດຳເນີນບັ້ນຮົບການທະຫານ. ນັກບິນ 2 ຄົນຍັງມີຊີວິດຢູ່ ແລະ ທະຫານປະສົມ ອາຣັບ ພວມຜັນຂະຫຍາຍບັ້ນຮົບພິເສດ ເພື່ອຊອກຫານັກບິນ 2 ຄົນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ