ພວກກະບົດ Houthi ຢູ່ ເຢແມນ ຖະແຫຼງວ່າ ໄດ້ຈັບຕົວນັກໂທດ ອາຣັບບິ ຊະອຸດິ ກ່ວາ 2000 ຄົນ

(VOVWORLD) - ວັນທີ 29 ກັນຍາ, ກຸ່ມກະບົດ Houthi ຢູ່ ເຢແມນ ຖະແຫຼງວ່າ ໄດ້ດຳເນີນການບຸກໂຈມຕີຂະໜາດໃຫຍ່ຢູ່ເຂດຊາຍແດນ ອາຣັບບິ ຊະອຸດິ, ພ້ອມທັງແຜ່ພາບເທບວີດີໂອກ່ຽວກັບນັກຮົບກອງທັບ ອາຣັບບິ ຊະອຸດິ ຫລາຍຄົນຖືກກຳລັງນີ້ຈັບຕົວ.

 ບັນດາຕອນວີດີໂອກ່ຽວກັບເຫດບຸກໂຈມຕີ ກໍ່ໃຫ້ເຫັນບັນດາລົດຫຸ້ນເກາະ ດ້ວຍສັນຍາລັກຂອງ ອາຣັບບິ ຊະອຸດິ, ອາວຸດ ແລະ ຍຸດທະພັນ ເຊິ່ງພວກກະບົດ Houthi ຢັ້ງຢືນວ່າ ຢຶດເອົາໄດ້.

ພວກກະບົດ Houthi ຢູ່ ເຢແມນ ຖະແຫຼງວ່າ ໄດ້ຈັບຕົວນັກໂທດ ອາຣັບບິ ຊະອຸດິ ກ່ວາ 2000 ຄົນ - ảnh 1ກຸ່ມກະບົດ Houthi (ພາບ: AFP/TTXVN)

        ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນດຽວກັນ, ທ່ານ Yahia Sarie ໂຄສົກຂອງ Houthi ໃຫ້ຮູ້ວ່າ: ກຳລັງນີ້ ໄດ້ຈັບຕົວນັກຮົບກ່ວາ 2000 ຄົນ, ແຕ່ບໍ່ຍົກອອກພະຍານຫຼັກຖານ ເພື່ອພິສູດຄຳຖະແຫຼງດັ່ງກ່າວ. ມາຮອດປັດຈຸບັນ, ອາຣັບບິ ຊະອຸດິ ຍັງບໍ່ທັນ ຢັ້ງຢືນຂໍ້ມູນຂ່າວກ່ຽວກັບເຫດບຸກໂຈມຕີດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ