ພວກກະບົດ Houthi ຢືດຄອງນະຄອນໃຫຍ່ທີ່ 3 ຢູ່ Yemen

ພວກກະບົດ Houthi ຢືດຄອງນະຄອນໃຫຍ່ທີ່ 3 ຢູ່ Yemen - ảnh 1
(ພາບປະກອບ: Article)

(vovworld) – ວັນ​ທີ 22/03, ບັນດາ​ເຂົ້າ​ໜ້າ​ທ່ີ​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ​ ກອງທັບ Yemen ​ໃຫ້​ຮູ້​ວ່າ, ພວກ​ກະບົດ Houthi ຂຶ້ນ​ກັບ​ສາ​ສະໜາອິດສລາມ​ນິກາຍ Shi’ite ​ໄດ້​ຢືດຄອງ​ນະຄອນ Taiz ​​ເຊິ່ງ​ເປັນນະຄອນ​ໃຫຍ່​ອັບ​ດັບ 3 ຂອງ Yemen ກໍ່ຄື​ສະໜາມ​ບິນ​ຂອງ​ນະຄອນ​ດັ່ງກ່າວ. ການ​ບຸກ​ໂຕມຕີ​ຂອງພວກ​ກະບົດ Houthi ​ໄດ້​ຮັບ​ການ​ໜູນ​ຫຼັງ​ຂອງ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ອະດີດ​ປະທານາທິບໍດີ Ali Abdullah Saleh. ການ​ກະທຳ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງພວກ​ກະບົດ Houthi ຮຽກຮ້ອງ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ຕ້ານບັນດາ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ທ່ານ​ປະທານາທິບໍດີ​ຄົນ​ປະຈຸ​ບັນ Abdrabu Mansour Hadi ​ເປັນ​ເວລາ 1 ວັນ.

ຂ່າວ/ບົດ​ອື່ນ