ພວກກະບົດ ຕາລີບານ ຍັງດຳເນີນການບຸກໂຈມກຳລັງລັດຖະບານໂດຍບໍ່ຫົວຊາຕໍ່ການເຈລະຈາທີ່ພວມດຳເນີນຢູ່ໂດຮາ

(VOVWORLD) -ພວກກະບົດ ຕາລີບານ ໄດ້ດຳເນີນບັນດາການບຸກໂຈມຕີກໍ່ຄວາມລົ້ມຫາຍຕາຍຈາກຢູ່ແຂວງທາງພາກຕາເວັນອອກ Nagarhar ແລະ ແຂວງທາງພາກຕາເວັນຕົກ Badghis ຂອງອາບການິດສະຖານ

ພວກກະບົດ ຕາລີບານ ຍັງດຳເນີນການບຸກໂຈມກຳລັງລັດຖະບານໂດຍບໍ່ຫົວຊາຕໍ່ການເຈລະຈາທີ່ພວມດຳເນີນຢູ່ໂດຮາ - ảnh 1 ພວກກະບົດ ຕາລີບານ ຍັງດຳເນີນການບຸກໂຈມກຳລັງລັດຖະບານໂດຍບໍ່ຫົວຊາຕໍ່ການເຈລະຈາ

(ພາບ: AFP/TTXVN)

ຕອນຄ່ຳວັນທີ 16 ກັນຍາ, ພວກກະບົດ ຕາລີບານ ໄດ້ດຳເນີນບັນດາການບຸກໂຈມຕີກໍ່ຄວາມລົ້ມຫາຍຕາຍຈາກຢູ່ແຂວງທາງພາກຕາເວັນອອກ Nagarhar ແລະ ແຂວງທາງພາກຕາເວັນຕົກ Badghis ຂອງອາບການິດສະຖານ ໃນສະພາບທີ່ 2 ຝ່າຍພວມດຳເນີນການເຈລະຈາສັນຕິພາບຢູ່ ໂດຮາ (ກາຕາ).

          ຢູ່ແຂວງ Nagarhar, ບັນດາກຳລັງປ້ອງກັນຄວາມສະຫງົບໄດ້ຍູ້ການບຸກໂຈມຕີຂອງພວກກະບົດຕາລີບານ ໃຫ້ຖອຍໄປ. ການປະທະກັນລະຫວ່າງ 2 ຝ່າຍໄດ້ເຮັດໃຫ້ທະຫານລັດຖະບານ ແລະ ພວກກະບົດເສຍຊີວິດຢ່າງໜ້ອຍສຸດ 50 ຄົນ. ສ່ວນຢູ່ແຂວງ Badghis, ພວກກະບົດ ຕາລີບານ ໄດ້ບຸກໂຈມຕີໃສ່ບັນດາຫ້ອງການຢູ່ເມືອງ Qudis. ກຳລັງປ້ອງກັນຄວາມສະຫງົບໄດ້ໂຕ້ຕອບຄືນ, ດັບສູນ ແລະ ເຮັດໃຫ້ພວກກະບົດບາງຄົນຖືກບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ