ພວກທະຫານກະບົດລີບີເຫັນດີຈະຢຸດຍິງ

ພວກທະຫານກະບົດລີບີເຫັນດີຈະຢຸດຍິງ - ảnh 1
ພາບປະກອບ

(vovworld)- ວັນ​ທີ 29/7, ອຳນາດ​ການ​ປົກຄອງ​ລີບ​ີ ​ໃຫ້​ຮູ້​ວ່າ: ບັນດາ​ມື​ປືນ​​ກະບົດ​ຂອງ​ປະ​ເທດ​ນີ້ ​ເຫັນ​ດີ​ຈະ​ຢຸດ​ຍິງ​ໃນ​ເວລາ 24 ຊ່ົວ​ໂມງ​ເພື່ອ​ໃຫ້​ກຳລັງ​ດັບ​ເພິ​ງປະຕິບັດ​ຫນ້າ​ທີ່ຢູ່​ສາງ​ນຳ້ມັນທີ່​ສະຫນາມ​ບິນ ນະຄອນຫລວງ Tripoli. ນີ້​ແມ່ນ​ຄັ້ງ​ຢຸດ​ຍິງ​ທີ່​ບໍ່​ເຄີຍ​ມີ​ໃນ​ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​​ແກ່ຍາວ​ຕະຫລອດ 2 ອາທິດ​ຜ່ານ​ມາ​ຢູ່​ປະ​ເທດ​ອາ​ຟີຼກາ​ເຫນືອ ນີ້.

        ຂໍ້​ຕົກລົງ​ຢຸດ​ຍິງ ບັນລຸ​ໄດ້​ໃນ​ຕອນ​ຄຳ່​ວັນ​ທີ 28/7 ​​ໂດຍ​ສະພາ​ນະຄອນ Tripoli ​ເປັນ​ຄົນ​ກາງໄກ່​ເກ​ຍ.  ​ໃນ​ຂະນະ​ນັ້ນ ສະພາວະ​ການ​ຮົບ​ຢູ່ Benghazi ຊື່​ງ​ແມ່ນ​ນະຄອນ​ໃຫຍ່​ທີ 2 ຢູ່​ລີບ​ີ ຍັງ​ສັບ​ສົນ​ຢູ່. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ຝລັ່ງ ​ແລະ ປອກ​ຕູ​ການ ຕົກລົງອັດ​ປະຕູ​ບັນດາ​ອົງການ​ການ​ທູດ​ຢູ່​ປະ​ເທດ​ ລີ​ບີ. ລັດຖະບານ ຝລັ່ງ ກໍ່ປະກາດ​ແຜນການ​ຍົກຍ້າຍ​ພົນລະ​ເມືອງ​ອອກ​ຈາກ ລີ​ບີ ​ໃນ​ຕອນ​ບ່າຍ​ວັນ​ທີ 29/7.

 

 

 

ຂ່າວ/ບົດ​ອື່ນ