ພ້​ອມກັນ​ມຸງ​ໄປ​ເຖິງ​ເປົ້າ​ໝາຍ​ລວມ “ເພື່ອ ຫວຽດ​ນາມ​ຂຽວ, ພັດ​ທະ​ນາ​ແບບ​ຍືນ​ຍົງ”

(VOVWORLD) -ຜູ້ຊ່ຽວຊານ ແລະ ນັກລາຍງານໄດ້ສະໜອງ ແລະ ອະທິບາຍບັນດາເນື້ອໃນຂໍ້ມູນຂ່າວສານໃໝ່ກ່ຽວກັບແຜນນະໂຍບາຍ, ແນວທາງ, ກົນໄກ, ນະໂຍບາຍ, ກົດໝາຍ ແລະ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລັດ.
ພ້​ອມກັນ​ມຸງ​ໄປ​ເຖິງ​ເປົ້າ​ໝາຍ​ລວມ “ເພື່ອ ຫວຽດ​ນາມ​ຂຽວ, ພັດ​ທະ​ນາ​ແບບ​ຍືນ​ຍົງ” - ảnh 1ເວທີປາໄສ “ຜູ້ຄຸ້ມຄອງ-ນັກຂ່າວ-ວິສາຫະກິດກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ”

ວັນທີ 11 ທັນວາ, ທີ່ເວທີປາໄສ “ຜູ້ຄຸ້ມຄອງ-ນັກຂ່າວ-ວິສາຫະກິດກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ” ຄັ້ງທີ 5 ປີ 2021 ດ້ວຍຫົວຂໍ້ “ເພື່ອຫວຽດນາມຂຽວ”, ບັນດາຜູ້ແທນໄດ້ເຫັນດີເປັນເອກພາບກັບເປົ້າໝາຍພ້ອມກັນມຸ່ງໄປເຖິງການຄຸ້ມຄອງຢ່າງມີປະສິດທິຜົນ, ການຂຸດຄົ້ນ ຊັບພະຍາກອນທຳມະຊາດ ຢ່າງສົມເຫດສົມຜົນ, ປະຢັດ, ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ, ຮັບມືກັບການປ່ຽນແປງດິນຟ້າອາກາດ; ປ່ອຍແຫຼ່ງກຳລັງຊັບພະຍາກອນທຳມະຊາດ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນີ້ແມ່ນເວທີປາໄສໂດຍ ໜັງສືພິມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບໜັງສືພິມແຄ໊ງຮ່ວາ ຈັດຂຶ້ນຢູ່ເມືອງ ກາມເລິມ, ແຂວງແຄ໊ງຮ່ວາ.

ທີ່ເວທີປາໄສ, ຫຼາຍຝ່າຍໄດ້ປຶກສາຫາລືກ່ຽວກັບການປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ. ຜູ້ຊ່ຽວຊານ ແລະ ນັກລາຍງານໄດ້ສະໜອງ ແລະ ອະທິບາຍບັນດາເນື້ອໃນຂໍ້ມູນຂ່າວສານໃໝ່ກ່ຽວກັບແຜນນະໂຍບາຍ, ແນວທາງ, ກົນໄກ, ນະໂຍບາຍ, ກົດໝາຍ ແລະ ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລັດ. ບົນພື້ນຖານນັ້ນ ຊ່ວຍໃຫ້ບັນດາອົງການຄຸ້ມຄອງແຫ່ງລັດ ກຳແໜ້ນສະພາບຕົວຈິງໃນການປະຕິບັດບັນດາກົນໄກ, ນະໂຍບາຍກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ