“ພ້ອມ​ກັບ​ປະ​ຊາ​ຊົນ​ດັ່ງ​ໄຟ​ ຢູ່​ທະ​ເລ”: ຍົກ​ສູງ​ສະ​ຕິ​ໃນ​ການ​ຫາ​ປາ ພ້ອມ​ກັບ​ຊາວ​ປະ​ມົງ​ຢູ່ 28 ແຂວງ, ນະ​ຄອນ

(VOVWORLD) - ໃນ3 ປີ 2023 - 2025, ລາຍການ “ພ້ອມກັບປະຊາຊົນດັ່ງໄຟຢູ່ທະເລ” ຄາດວ່າຈະຜັນຂະຫຍາຍຢູ່ 28 ແຂວງ, ນະຄອນ ມີທະເລ ເພື່ອແນໃສ່ຍົກສູງສະຕິໃນການຫາປາ ຂອງຊາວປະມົງ ແລະ ມອບຂອງຂວັນໃຫ້ແກ່ຊາວປະມົງ 5.600 ຄົນ.
“ພ້ອມ​ກັບ​ປະ​ຊາ​ຊົນ​ດັ່ງ​ໄຟ​ ຢູ່​ທະ​ເລ”: ຍົກ​ສູງ​ສະ​ຕິ​ໃນ​ການ​ຫາ​ປາ ພ້ອມ​ກັບ​ຊາວ​ປະ​ມົງ​ຢູ່ 28 ແຂວງ, ນະ​ຄອນ - ảnh 1ລາຍການ “ພ້ອມກັບປະຊາຊົນດັ່ງໄຟຢູ່ ທະເລ” (ພາບ: plo.vn)

ຕອນບ່າຍວັນທີ 31 ພຶດສະພາ, ຢູ່ເທດສະບານ ຫວ່າມລ້າງ (ເມືອງ ງໍ່ກົງດົງ) ແຂວງຕຽນຢາງ ໄດ້ສົມທົບກັບໜັງສືພິມ ກົດໝາຍ ນະຄອນໂຮ່ຈີມິນຈັດຕັ້ງລາຍການ “ພ້ອມກັບປະຊາຊົນດັ່ງໄຟຢູ່ ທະເລ” ມາເຖິງຊາວປະມົງ ແຂວງຕຽນຢາງ. ທີ່ໂຄງການ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນ 200 ພູດໃຫ້ແກ່ຊາວປະມົງ ແຕ່ລະພູດມີມູນຄ່າກ່ວາ 200 USD, ມອບທຶນການສຶກສາໃຫ້ແກ່ນ້ອງໆນັກຮຽນແມ່ນ ລູກຂອງຄອບຄົວຊາວປະມົງທຸກຍາກຮຽນເກັ່ງ. ໃນໂອກາດນີ້, ໂຄງການວັນເດັກນ້ອຍສາກົນ (1/6) ໄດ້ຈັດຂຶ້ນໃຫ້ແກ່ນ້ອງນ້ອຍ 200 ຄົນ. ນອກຈາກນັ້ນ, ຕອນເຊົ້າວັນທີ 2 ມິຖຸນາ ຄະນະຈັດຕັ້ງໄດ້ຈັດການກວດປິ່ນປົວພະຍາດ ແລະ ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ ປະຊາຊົນ 500 ຄົນໃນບໍລິເວນແຂວງ.

ໃນ3 ປີ 2023 - 2025, ລາຍການ “ພ້ອມກັບປະຊາຊົນດັ່ງໄຟຢູ່ທະເລ” ຄາດວ່າຈະຜັນຂະຫຍາຍຢູ່ 28 ແຂວງ, ນະຄອນ ມີທະເລ ເພື່ອແນໃສ່ຍົກສູງສະຕິໃນການຫາປາ ຂອງຊາວປະມົງ ແລະ ມອບຂອງຂວັນໃຫ້ແກ່ຊາວປະມົງ 5.600 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ