ພ້ອມແລ້ວທີ່ຈະຜັນຂະຫຍາຍເຄືອຂ່າຍ 5G ຢູ່ບາງນະຄອນໃຫຍ່ຂອງຫວຽດນາມ

(VOVWORLD) -ເມື່ອໄດ້ຮັບໜັງສືອະນຸຍາດ, MobiFone ຈະຜັນຂະຫຍາຍສະຖານີກະຈ່າຍສັນຍານ 5G ທຳອິດຢູ່ 4 ນະຄອນໃຫຍ່ຄື: ຮ່າໂນ້ຍ, ຫາຍຟ່ອງ,  ດ່ານັ້ງ, ນະຄອນໂຮ່ຈີມິນ ໂດຍໄວ.
ພ້ອມແລ້ວທີ່ຈະຜັນຂະຫຍາຍເຄືອຂ່າຍ 5G ຢູ່ບາງນະຄອນໃຫຍ່ຂອງຫວຽດນາມ - ảnh 1 (ພາບປະກອບ)

ວັນທີ 10 ມີນາ, ບໍລິສັດໃຫຍ່ໂທລະຄົມມະນາຄົມ MobiFone ໄດ້ປະກາດກ່ຽວກັບການທົດລອງສຳເລັດເຄືອຂ່າຍ 5G ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາສະຖານທີ່ເຊິ່ງໄດ້ຮັບໜັງສືອະນຸຍາດຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແມ່ນດ່ານັ້ງ, ຫາຍຟ່ອງ.

          ພື້ນຖານເຕັກໂນໂລຊີ 5G ແມ່ນພື້ນຖານຜັນຂະຫຍາຍທົດລອງສຳເລັດບັນດາການບໍລິການທີ່ນຳໃຊ້ອິນເຕີແນັດຄວາມໄວສູງຄື Hologram; ການໂທ 3 ມິຕິ ຜ່ານລະບົບ 5G. ເມື່ອໄດ້ຮັບໜັງສືອະນຸຍາດ, MobiFone ຈະຜັນຂະຫຍາຍສະຖານີກະຈ່າຍສັນຍານ 5G ທຳອິດຢູ່ 4 ນະຄອນໃຫຍ່ຄື: ຮ່າໂນ້ຍ, ຫາຍຟ່ອງ,  ດ່ານັ້ງ, ນະຄອນໂຮ່ຈີມິນ ໂດຍໄວ. ມາຮອດປະຈຸບັນ, ການທົດລອງໄດ້ສຳເລັດ ແລະ ລະບົບເຄືອຂ່າຍອິນເຕີແນັດຂອງ MobiFone ກໍ່ໄດ້ກຽມພ້ອມການນຳເຂົ້າໃຊ້ການແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ