ພະຄະດີນັນ ອີຣານ ຍົກອອກຄວາມສາມາດປະລະຂໍ້ຕົກລົງນິວເຄຼຍ JCPOA

(VOVWORLD) - ພະຄະດີນັນສູງສຸດຂອງ ອີຣານ, ທ່ານ Ali Khamenei ກ່າວເຕືອນວ່າ ເຕເຮຣານ ອາດຈະປະລະຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກຖ້າຫາກວ່າຂໍ້ຕົກລົງນີ້ບໍ່ຮັບໃຊ້ໃຫ້ແກ່ຜົນປະໂຫຍດ...
ການນຳພະຄະດີນັນ ອີຣານ ຍົກອອກຄວາມສາມາດປະລະຂໍ້ຕົກລົງນິວເຄຼຍ JCPOA - ảnh 1ສູງສຸດດ້ານຈິດໃຈ ອີຣານ

ວັນທີ 29 ສິງຫາ, ພະຄະດີນັນສູງສຸດຂອງ ອີຣານ, ທ່ານ Ali Khamenei ກ່າວເຕືອນວ່າ ເຕເຮຣານ ອາດຈະປະລະຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກຖ້າຫາກວ່າຂໍ້ຕົກລົງນີ້ບໍ່ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງ ອີຣານ ພາຍຫຼັງທີ່ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງນີ້. ທ່ານ Khamenei ຖືວ່າ: ຂໍ້ຕົກລົງດ້ານນິວເຄຼຍ “ແມ່ນເຄື່ອງມື, ບໍ່ແມ່ນເປົ້າໝາຍ” ແລະ ກໍ່ຖືວ່າ ເຕເຮຣານ “ຄວນປະລະຄວາມຫວັງ” ທີ່ວ່າ ເອີລົບຍັງຢາກຈະຮັກສາຂໍ້ຕົກລົງນີ້ໄດ້.

        ກ່ອນໜ້ານັ້ນ, ທີ່ການພົບປະກັບທ່ານປະທານາທິບໍດີ Hassan Rouhani ແລະ ຄະນະລັດຖະບານ, ທ່ານ Khamenei ໄດ້ຊີ້ແຈ້ງວ່າ ເຕເຮຣານ ຄວນເຈລະຈາກັບບັນດາເຈົ້າໜ້າທີ່ຂອງອາເມລິກາ ບໍ່ວ່າແຕ່ຂັ້ນໃດ ເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃຫມ່ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ