ພະຍຸ Haiyan ພັດເຂົ້າແຂວງຫາຍຟ່ອງ, ກວາງນິງ


ພະຍຸ Haiyan ພັດເຂົ້າແຂວງຫາຍຟ່ອງ, ກວາງນິງ - ảnh 1

 (ພາບປະກອບ )

(vovworld)-​​​​ ​ ​ ພະຍຸ​ Haiyan ພັດ​ເຂົ້າ​ແຂ​ວງຫາຍ​ຟ່ອງ, ກວາງ​ນິງ ​ໃນ​ຕອນ​ເຊົ້າວັນ​ທີ 11/11 ​ໄດ້​ກໍ່ຄວາມເສຍ​ຫາຍ​ດ້ານ​ເສດຖະກິດ​ໃຫ້​ແກ່​ສອງ​ແຂວງ​ດັ່ງກ່າວ​ແຕ່​ບໍ່​ທັນ​ມີ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ອິນ​ຊີ.

  ທີ່​ການ​ປະຊຸມ​ຂ່າວ​ຕີ​ລາຄາ​ໝາກຜົນ​ການ​ປ້ອງ​ກັນ, ຕ້ານ​ພະຍຸ ​ Haiyan ແລະ ຜັນ​ຂະຫຍາຍ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ໂດຍ​ພະຍຸ​ກໍ່​ຂຶ້ນ​ຢູ່​ຫາຍ​ຟ່ອງ​ ໃນ​ຕອນ​ເຊົ້າວັນ​ທີ 11/11, ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ ຮ່ວາງ​ຈຸ​ງຫາຍ ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆຈົ່ງ​ຮີບ​ເຮັ່ງ​ແກ້​ໄຂ​ຜົນ​ຮ້າຍ​ຫຼັງ​ພະຍຸ. ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ ຮ່ວາງ​ຈຸ​ງຫາຍ ​ເນັ້ນໜັກ​ວ່າ:

   “ພວກ​ເຮົາ​ຕ້ອງ​ກວດກາ​ຄືນ​ໃໝ່ເພື່ອ​ຕີ​ລາຄາ​ຄວາມ​ເສຍ​ຫາຍ ພ້ອມ​ທັງ​ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ຮີບ​ເຮັ່ງ​ແກ້​ໄຂ, ໜູນ​ຊ່ວຍ ປຊຊ ປະ​ສົບ​ເຄາະ​ຮ້າຍ​ຄື​ເຮືອນ​ຖືກ​ເປເພ, ຜູ້​ຖືກ​ບາດ​ເຈັບ, ພືດ​ຜັກ, ຊັບ​ສິນ​ຂອງ ປຊຊ…ຕ້ອງ​ສືບ​ຕໍ່ຕີ​ລາຄາ​ຄືນ“.

 ກ່ອນ​ໜ້ານັ້ນ, ຄືໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 10/11,​ ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ ຮ່ວາງ​ຈຸ​ງຫາຍ ໄດ້​ເຮັດ​ວຽກກັບ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ ແລະ ຊອກ​ຫາ​ກູ້​ໄພ​ກູ້ຊີບນະຄອນ​ຫາຍ​ຟ່ອງ. ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ ຮ່ວາງ​ຈຸ​ງຫາຍ ຊີ້​ນຳ​ວ່າ:

   “ພາຍຫຼັງພະຍຸ​ພັດ​ເຂົ້າຈະ​ຕ້ອງ​ຮັບ​ມື​ກັບ​ຝົນຕົກ​ແຮງ, ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ມີ​ການ​ເວນ​ຍາມ​ເປັນ​ປະຈຳ, ​ເມື່ອ​ເຫັນ​ສະຖານ​ທີ່​ໃດ​ມີ​ສັນຍານ​ຖືກ​ນາບຂູ່​ຕ້ອງ​ໜູນ​ຊ່ວຍ​ໂດຍ​ທັນ​ທີ່. ກຳລັງ​ທະຫານ, ຕຳຫຼວດ​ຕ້ອງ​ສົມທົບ​ກັນ​ຊ່ວຍ​ເຫຼືອ ປຊຊ“.

  ອຳນາດ​ການ​ປົກຄອງ​ນະຄອນ​ຫາຍ​ຟ່ອ​ງ ​ໄດ້​ຍົກຍ້າຍ ປຊຊ ກ່ວາ 23.500 ຄົນ​ໄປ​ຫລີກ​ໄພ ​ແລະ ຫ້າມ​ລົດ​ຈໍລະ​ຈອນ​ພາຍ​ໃນ​ນະຄອນ ​ແລະ ​ໃນ​ເສັ້ນທາງ​ຫຼວງ​ເລກທີ 10. ສ່ວນ​ອຳນາດ​ການ​ປົກຄອງແຂວງ​ກວາງ​ນິງ ​ໄດ້​ພອ້ມກັບ​ກຳລັງ​ທະຫານ, ຕຳຫຼວດ​ເວນ​ຍາມ 100% ພ້ອມ​ແລ້ວ​ທີ່​ຈະ​ມີ​ວິທີ​ການ​ກູ້​ໄພ​ກູ້​ຊີບ, ​ແກ້​ໄຂ​ສະພາບ​ຢ່າງຮີບ​ດ່ວນ. ທ່ານ​ກາວ​ເຕື່ອງຮຸຍ ຫົວໜ້າ​ຫ້ອງ​ວ່າການ​ຄະນະ​ກຳ​ປະການ ປຊຊ ​ແຂວງ​ກວາງ​ນິງ ​ໃຫ້​ຮູ້​ວ່າ:

  “ການ​ນຳ​ແຂວງ​ໄດ້​ສ້າງຕັ້ງຄະນະ​ກວດກາ 5 ຄະນະ ​ໂດຍ​ບັນດາ​ທ່ານ​ການ​ນຳ​ແຂວງ​​ໄປ​ກວດກາ​ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ຊີ້​ນຳ, ຊຸກຍູ້​ທ້ອງ​ຖິ່ນ​ຕ່າງໆ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະຍຸ​. ບັນດາ​ຄອບຄົວ​ຢູ່​ເຂດ​ມີ​ໄພ​ເກີດ​ພະຍຸ​, ດິນ​ເສາະ​ເຈື່ອນກໍ່​ໄດ້ຍົກຍ້າຍ​ເຖິງບ່ອນ​ປອດ​ໄພ. ຄະນະ​ກຳ​ປະການ​ ປຊຊ ແຂວງຍັງ​ຊີ້​ນຳ​ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ຊາວ​ໜຸ່ມ, ອົງການຄົມມະນາຄົມ​ຂົນ​ສົ່ງ​ກະກຽມ​ກຳລັງ​ພາຫະນະ​ເພື່ອ​ກຽມພ້ອມ​ກູ້​ໄພ​ກູ້​ຊີບ…“./.

ຂ່າວ/ບົດ​ອື່ນ