ພະຍຸ Irma ພັດເຂົ້າດິນຕໍ່ແຜນລັດ ຟໍລີດາ, ປະເທດ ອາເມລິກາ

(VOVWORLD) - ຕອນເຊົ້າວັນທີ 10 ກັນຍາ, ພະຍຸ Irma ໄດ້ພັດເຂົ້າໝູ່ເກາະ Florida Keys ຂຶ້ນກັບລັດ ຟໍລີດາ ທາງພາກໃຕ້ຂອງ ອາເມລິກາ.


ສູນພະຍຸແຫ່ງຊາດ ອາເມລິກາ ພະຍາກອນວ່າ ພະຍຸຈະພັດເຂົ້າມາໃກ້ ຫຼື ເຄື່ອນໄຫວລຽບຕາມຝັ່ງທະເລທາງທິດຕາເວັນຕົກຂອງລັດ ຟໍລີດາ ນັບແຕ່ຕອນບ່າຍວັນອາທິດຈົນເຖິງຕອນເຊົ້າວັນຈັນ (ຕາເວລາທ້ອງຖິ່ນ). ບັນດາເຂດທາງທິດໃຕ້ລັດ ຟໍລີດາ ເກືອບທັງໝົດລ້ວນແຕ່ຖືກຜົນກະທົບຈາກພະຍຸ ແລະ ຕາມແຫຼ່ງຂ່າວເບື້ອງຕົ້ນໃຫ້ຮູ້ວ່າ: ມີ 1 ຄົນເສຍຊີວິດ. ປະມານ 2 ລ້ານຄອບຄົວຕົກຢູ່ໃນສະພາບບໍ່ມີໄຟຟ້າໃຊ້. ປະຈຸບັນ, ພະຍຸ Irma ໄດ້ຫລຸດລົງລະດັບ 2 ແລະ ໃກ້ກັບເຂດ Naples ດ້ວຍແຮງລົມປະມານ 187 ກມ/ໂມງ. ພົນລະເມືອງປະມານ 6,5 ລ້ານຄົນຢູ່ລັດ ຟໍລີດາ ຕ້ອງຍົກຍ້າຍອອກຈາກເຂດທາງທິດໃຕ້ຂອງລັດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ