ພະຍຸ Trami ພັດເຂົ້າທຳລາຍ ຍີ່ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 01 ຕຸລາ, ຕາມທິດຕາເວັນອອກສ່ຽງເໜືອ ພະຍຸ Trami ໄດ້ພັດເຂົ້າບັນດາແຂວງພາກເໜືອຂອງ ຍີ່ປຸ່ນ. ນີ້ແມ່ນພະຍຸຮ້າຍແຮງທີ່ສຸດ ດ້ວຍກຳລັງແຮງລົມ 200 ກມ/ຊົ່ວໂມງ ທີ່ພັດທຳລາຍແຕ່ພາກໃຕ້ເຖິງພາກເໜືອ ຍີ່ປຸ່ນ. ປະຊາຊົນປະມານ 4 ລ້ານຄົນຖືກຜົນສະທ້ອນຈາກພະຍຸ Trami.
ພະຍຸ Trami ພັດເຂົ້າທຳລາຍ ຍີ່ປຸ່ນ - ảnh 1 ພະຍຸ Trami ພັດເຂົ້າທຳລາຍ ຍີ່ປຸ່ນ (ພາບ: EPA)

ມາຮອດຈຸດເວລານີ້ ໄດ້ມີ 2 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ ກ່ວາ 120 ຄົນຖືກຮັບບາດເຈັບ. ບັນດາທ້ອງຖິ່ນຢູ່ເຂດຕາເວັນຕົກສ່ຽງໃຕ້ ຍີ່ປຸ່ນ ເຊິ່ງເປັນເຂດທີ່ພະຍຸພັດຜ່ານ, ບັນດາເສັ້ນທາງລົດໄຟໄດ້ເລີ່ມຕົ້ນກັບຄືນສູ່ເຄື່ອນໄຫວເປັນປົກກະຕິໃນວັນທີ 01 ຕຸລາ. ເຖິງຢ່າງໃດກໍ່ຕາມ, ຄອບຄົວນັບຫລາຍລ້ານຍັງຖືກຍົກຍ້າຍຊົ່ວຄາວ. ສະໜາມບິນສາກົນ Kansai ຫາກໍ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພະຍຸ Jebi, ປັດຈຸບັນຖືກປິດປະຕູຊົ່ວຄາວ. ວຽກງານກູ້ໄພກູ້ຊີບຍັງຄົງໄດ້ດຳເນີນຢ່າງຮີບເຮັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ