ພະຍຸ Wutip ພັດເຂົ້າ ພາກກາງຫວຽດນາມ

ພະຍຸ Wutip ພັດເຂົ້າ ພາກກາງຫວຽດນາມ - ảnh 1
 (ພາບ:
baomoi.com)

 (vovworld)-​​​​ຕອນ​ເຊົ້າວັນ​ທີ 30/9, ຢູ່ ແຂວງ​ເທື່ອ​ທຽນ​ເຫ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໄດ້​ໄປ​ກວດກາ​ສະພາບ​ການ​ຮັບ​ມື​ກັບ​ພະຍຸ Wutip ຢູ່​ເທດສະບານ​ເມືອງ​ເຮືອງ​ຈ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຮຽກຮ້ອງ​ໃຫ້ແຂວງ​ເທື່ອ​ທຽນ​ເຫ້ວ ສືບ​ຕໍ່​ກວດກາ​ບັນ​ດາ​ໜອງ​ບັນຈຸ​ນ້ຳ, ຝາຍ​ນ້ຳລົ້ນ​ເພື່ອ​ມີ​ມາດ​ຕະການ​ຮັກສາປອດ​ໄພ:

   “​ທາງ​ທ້ອງ​ຖິ່ນ​ໄດ້​ຊີ້​ນຳ​ວ່າ ໜອງ​ບັນຈຸ​ນ້ຳຮ່ວາ​ໝີ້ ​ແມ່ນ​ໜອງ​ບໍ່​ໄດ້​ສະ​ສົມນ້ຳ​ໃນ​ຍາມ​ພະຍຸ​ປີ​ນີ້. ບັນດາ​ໜອງ​ບັນຈຸ​ນ້ຳ ​ແລະ ກິດຈະກຳ​ໄຟຟ້າ​ແຫ່ງ​ອື່ນ ກໍ່​ມີ​ວິທີ​ປ້ອງ​ກັນ​ພະຍຸ​ແລ້ວ“.

 ກ່ອນໜ້ານັ້ນ, ​​​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເທື່ອ​ທຽນ​ເຫ້ວ ​ເມື່ອຕອນ​ຄ່ຳ​ວັນ​ທີ 29/9 ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ, ຮັບ​ມື​ກັບພະຍຸ Wutip, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ທາງ​ພາກ​ກາງ ສົມທົບ​ກັບ​ບັນດາ​ກະຊວງ ຂະ​ແໜງການ​ສູນ​ກາງ ​ແລະ ກຳລັງ​ປະກອບ​ອາວຸດ​ຂອງ​ທະຫານ​ເຂດ 4 ​ເພື່ອ​ກວດກາ​ເລື່ອງ​ຮັບປະກັນ​ໜອງ​ບັນຈຸ​ນ້ຳ; ຊ່ວຍ ປຊຊ ຮັບ​ປະກັນ​ຄວາມ​ປອດ​ໄພ​ເມື່ອ​ພະຍຸ​ພັດ​ເຂົ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ​ເນັ້ນໜັກ​ວ່າ:

   “​ໃນ​ເຂດ​ທະ​ເລ​ແຕ່​ກວາງ​ບິງ, ກວາ​ງຈິ, ​ເທື່ອ​ທຽນ​ເຫ້ວ ກຳ​ປ່ັນ, ​ເຮືອ​​ແພ​ທັງ​ໝົດ​ໄດ້​ຖືກເຂົ້າທຽບ​ທ່າ​ແລ້ວ.  ວຽກ​ງານ​ຕໍ່​ໄປ​ແມ່ນ​ຊັບຊ້ອນ​ກຳ​ປັ່ນ ​ແລະ ສົ່ງ​ຄົນ​ເຂົ້າຝັ່ງ. ສະ​ເໜີ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢູ່​​ເຂດຝັ່ງ. ບັນດາ​ແຂວງ​ຈຸດ​ສຸມ​ຄື ກວາງ​ບິງ, ກວາ​ງຈິ, ​ເທື່ອ​ທຽນ​ເຫ້ວ ຕ້ອງ​ມີ​ຄວາມ​ລະມັດລະວັງ​ທີ່​ສຸດ“.

ຂ່າວ/ບົດ​ອື່ນ