ພະຍາດ​ອັກ​ເສບ​ປອດ ຍ້ອນ​ເຊື້ອ​​ໄວຣັດສາຍ​ພັນ​ໃໝ່ ລະບາດ​ຢ່າງ​ແຮງ - WHO ຈັດ​ກອງ​ປະຊຸມ​ດ່ວນ

(VOVWORLD) -ຕາມຊ່ອງໂທລະພາບແຫ່ງຊາດ ຈີນແລ້ວ, ໄລ່ມາຮອດຕອນເຊົ້າວັນທີ 23 ມັງກອນ ມີກໍລະນີຕິດພະຍາດປອດອັກເສບຍ້ອນເຊື້ອໄວຣັດ ໂຄໂຣນາ ໃນທົ່ວປະເທດຈີນ ແມ່ນທັງໝົດ 571 ຄົນ.

         ໄລ່ມາຮອດຕອນຄໍ່າວັນທີ 22 ມັງກອນ ແມ່ນມີ 17 ຄົນເສຍຊີວິດ ແລະ ຜູ້ຄົນດ່ັງກ່າວລ້ວນແຕ່ຢູ່ແຂວງ ຫູ໊ໄບ໋. ເພື່ອແນໃສ່ຄວບຄຸມການແຜ່ລະບາດພະຍາດດັ່ງກ່າວນັ້ນ, ອໍານາດການປົກຄອງນະຄອນ ອູຄານ ປະກາດວ່າ ຈະຢຸດຕິບັນດາການເຄື່ອນໄຫວຂົນສົ່ງສາທາລະນະ, ປິດການບໍລິການຢູ່ສະໜາມບິນ ແລະ ສະຖານີລົດໄຟ ໂດຍຊົ່ວຄາວ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນນະຄອນ ບໍ່ໄດ້ອອກໄປຕ່າງແຂວງ ຖ້າຫາກບໍ່ມີເຫດຜົນລະອຽດ.

        ນອກຈາກຈີນ ແລ້ວ, ໃນໂລກກໍປະກົດມີ 7 ກໍລະນີ ຕິດພະຍາດດັ່ງກ່າວແລ້ວ. ຢູ່ປະເທດ ໄທ 4 ຄົນ, ສ່ວນຢູ່ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນມີ 1 ກໍລະນີ.

        ຕໍ່ໜ້າສະພາບການອັນສັບສົນດັ່ງກ່າວ, ວັນທີ 22 ມັງກອນ, ອົງການອະນາໄມໂລກ ກໍໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບມາດຕະການຮັບມືກັບພະຍາດດັ່ງກ່າວ. ອົງການອະນາໄມໂລກ ໃຫ້ຮູ້ວ່່າ ເປົ້າໝາຍທໍາອິດໃນຕອນນີ້ ແມ່ນຊອກຫາສາຍເຫດວິທີທາງຕິດຕໍ່ເຊື້ອໄວຣັດສາຍພັນໃໝ່ນີ້ລະຫວ່າງຄົນສູ່ຄົນ. ພາຍຫຼັງສິ້ນສຸດກອງປະຊຸມ, ທ່ານ  Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ຂອງ ອົງການອະນາໄມໂລກ ໃຫ້ຮູ້ວ່າ ວັນທີ 23 ມັງກອນ ຈະອອກຖະແຫຼງການກ່ຽວກັບ ພະຍາດອັກເສບປອດຍ້ອນເຊື້ອໄວຣັດ ໂຄໂຣນາ ແມ່ນໂລກລະບາດຂອງທົ່ວໂລກຫຼືບໍ?


ຕອບກັບ

ຂ່າວ/ບົດ​ອື່ນ