ພະ​ຍາດ​ອັກ​ເສບ​ປອດ​ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່: ມີຫຼາຍ​ພາກ​ພື້ນ ລະ​ດັບ ແຂວງ ຢູ່ ຈີນ ປະ​ກາດ​ຮັບ​ມື​ຢ່າ​ງ​ສຸກເສີນ​ຢູ່​ລະ​ດັບ​ສູງ

(VOVWORLD) -ວັນທີ 25 ມັງກອນ, ສື່ມວນຊົນ ຈີນ ໄດ້ພິມລົງຂ່າວວ່າ ນະຄອນ ອູ່ຮານ, ປະເທດຈີນ ເຊິ່ງເປັນບ່ອນຕົ້ນກຳເນີດຂອງ ພະຍາດ ອັກເສບປອດທີ່ເກີດຈາກ ເຊື້ອຈຸລະໂຣກ, ຈະກໍ່ສ້າງ ໂຮງໝໍ ວິຊາຊີບແຫ່ງທີ 2 ເພື່ອ ບີ່ນບົວ ບັນດາຄົນເຈັບ.

ພະ​ຍາດ​ອັກ​ເສບ​ປອດ​ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່: ມີຫຼາຍ​ພາກ​ພື້ນ ລະ​ດັບ ແຂວງ ຢູ່ ຈີນ ປະ​ກາດ​ຮັບ​ມື​ຢ່າ​ງ​ສຸກເສີນ​ຢູ່​ລະ​ດັບ​ສູງ - ảnh 1 ສົ່ງຄົນເຈັບທີ່ສົ່ງໄສວ່າຕິດພະຍາດອັກເສບປອດ ຢູ່ ໂຮງໝໍ  Jinyintan ນະຄອນ ອູ່ຮານ

(ພາບ: Getty Images/TTXVN)

ໂຮງໝໍໃໝ່ນີ້ ຈະມີຕ່ຽງນອນ 1.300 ຕ່ຽງ ແລະ ຄາດວ່າ ຈະສຳເລັດພາຍໃນ 15 ວັນ. ໃນຂະນະນັ້ນ, ບັນດາການເຄື່ອນໄຫວສ້າງໂຮງໝໍ ວິຊາຊີບແຫ່ງທຳອິດໄດ້ເລີ່ມກໍ່ສ້າງ ແລະ ຄາດວ່າ ຈະສຳເລັດໃນວັນທີ 3 ເດືອນກຸມພາຈະມາເຖິງ.

        ໃນວັນທີ 26 ມັງກອນ, ສຳນັກຂ່າວສານ ຊິນຫວາໄດ້ພິມລົງຂ່າວ ວ່າ 30 ເຂດ ຂັ້ນ ແຂວງ ຢູ່ ຈີນເຊິ່ງແມ່ນ ສະຖານທີ່ຮັບຮູ້ບັນດາເຫດຕິດພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່, ໄດ້ປະກາດ ລະບົບຮັບມືຢ່າງສຸກເສີນຢູ່ລະດັບສູງ ທຳອິດເພື່ອກັດກັ້ນການແຜ່ລະບາດຂອງ ເຊື້ອສາຍພັນນີ້.

        ກ່ອນໜ້ານັ້ນ, ໃນວັນທີ 25 ມັງກອນ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ກ່າວເຕືອນວ່າ ປະເທດນີ້ ພວມປະເຊີນໜ້າກັບສະພາບການທີ່ຮ້າຍແຮງ, ໃນສະພາບການເຈົ້າໜ້າທີ່ພວມຮີບເຮັ່ງສະກັດກັ້ນການແຜ່ລະບາດ ຂອງພະຍາດລະບົບຫາຍໃຈນີ້ຢ່າງກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ