ພະນັກງານ, ນັກຊ່ຽວຊານຂະແໜງການແພດຫວຽດນາມ 35 ທ່ານໄປໜູນຊ່ວຍລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ຕອນເຊົ້າວັນທີ 04 ພຶດສະພາ, ມີທ່ານໝໍ, ແພດໝໍ, ນັກຊ່ຽວຊານຂອງຫວຽດນາມ 35 ທ່ານໄປ ລາວ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ພະນັກງານ, ນັກຊ່ຽວຊານຂະແໜງການແພດຫວຽດນາມ 35 ທ່ານໄປໜູນຊ່ວຍລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທ່ງລອງ ມອບໜ້າທີ່ໃຫ້ຄະນະພະນັກງານການແພດໄປໜູນຊ່ວຍລາວ
(ພາບ: nhandan.com.vn)

ບັນດາທ່ານໝໍ, ແພດໝໍທີ່ໄດ້ສົ່ງໄປ ລາວ ແມ່ນທັງແນະນຳ, ທັງຜັນຂະຫຍາຍບັນດາວຽກງານລະອຽດໃຫ້ແກ່ລາວ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ປະຈຸບັນ, ລາວ ຕ້ອງການໄດ້ຮັບການໜູນຊ່ວຍກ່ຽວກັບການປິ່ນປົວ- ສ້າງຕັ້ງຫົວໜ່ວຍສຸກເສີນ, ວິໄຈ ແລະ ຜັນຂະຫຍາຍໂຮງໝໍພາກສະໜາມ; ໃນຕໍ່ໜ້າ ຫວຽດນາມ ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ, ຜ້າອັດປາກ-ອັດດັງ ແລະ ບາງເຄື່ອງວັດຖຸອຸປະກອນອື່ນໆໃຫ້ແກ່ລາວ.

        ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ຢູ່ເຂດດ່ານຊາຍແດນສາກົນ ເກົ່າແຈວ (ຮ່າຕິ້ງ)-ນ້ຳພາວ (ບໍລິຄຳໄຊ), ໄດ້ດຳເນີພິທີມອບຮັບເຄື່ອງອຸປະກອນການແພດຂອງກະຊວງປ້ອງກັນປະເທດຊາດຫວຽດນາມ ຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ ແລະ ພິທີຕ້ອນຮັບນັກຊ່ຽວຊານການແພດຂອງກະຊວງປ້ອງກັນປະເທດຫວຽດນາມ ໄປໜູນຊ່ວຍ ລາວ ປ້ອງກັນ, ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ