ພະນັກງານ, ນັກຮົບຕຳຫຼວດປະຊາຊົນປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມິນ

(VOVWORLD) -ຕອນເຊົ້າວັນທີ 11 ມີນາ, ຢູ່ແຂວງບັ໋ກຢາງ, ກະຊວງຕຳຫຼວດໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນ ມີ 6 ຄຳສັ່ງສອນຕຳຫຼວດປະຊາຊົນ.
ພະນັກງານ, ນັກຮົບຕຳຫຼວດປະຊາຊົນປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມິນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ໃນສະພາບການຢູ່ພາຍໃນປະເທດ ແລະ ສາກົນຄືປະຈຸບັນ, ເລື່ອງຮ່ຳຮຽນ, ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງປະທານໂຮ່ຈິມິນ ທີ່ສັ່ງສອນຕຳຫຼວດປະຊາຊົນແມ່ນມີຄວາມໝາຍສຳຄັນຍິ່ງ.

        “ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນ ຕ້ອງມີສະຕິຮັບຮູ້ຢ່າງຖືກຕ້ອງ, ເລິກເຊິ່ງກ່ຽວກັບຄວາມສຳຄັນ, ຄຸນຄ່າອັນໃຫຍ່ຫຼວງຂອງການຝືກຝົນຫຼໍ່ຫຼອມຈັນຍາບັນ, ຄຸນສົມບັດຂອງຕຳຫຼວດປະຕິວັດ; ມີສະຕິຕື່ນຕົວ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕາມຄຳສັ່ງ 6 ຂໍ້ຂອງປະທານໂຮ່ຈິມິນ ສຳລັບຕຳຫຼວດປະຊາຊົນ: ໂດຍບໍ່ວ່າໃນສະພາບການໃດໆ ກໍຮັກສາຄວາມປອດໄສໃຫ້ແກ່ຕົນເອງ “ຍາມໃດກໍ່ຈົ່ງຮັກພັກດີຕໍ່ພັກ - ສຸດຈິດສຸດໃຈຕໍ່ປະຊາຊົນ - ຮັບໃຊ້ປະເທດຊາດ - ຮັບໃຊ້ປະຊາຊົນ”. ຕຳຫຼວດປະຊາຊົນຕ້ອງເປັນກຳລັງປອດໄສ, ໝັ້ນຄົງເຂັ້ມແຂງ, ເປັນກຳລັງຫຼວງ, ຍອດຢ້ຽມ”

ຕອບກັບ

ຂ່າວ/ບົດ​ອື່ນ