ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ສາ​ກົນ ມ໊ອງ​ກ໊າຍ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານພົວ​ພັນ​ການ​ຕ່າງ​ປະ​ເທດ​ ເປັນ​ຢ່າງ​ດີ

(VOVWORLD) -ຕອນບ່າຍວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ມ໊ອງກ໊າຍ, ແຂວງກ໋ວາງນິງ. 
ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ສາ​ກົນ ມ໊ອງ​ກ໊າຍ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານພົວ​ພັນ​ການ​ຕ່າງ​ປະ​ເທດ​ ເປັນ​ຢ່າງ​ດີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ມ໊ອງກ໊າຍ, ແຂວງກ໋ວາງນິງ (ພາບ: TTXVN)

ນີ້ແມ່ນກົມກອງທີ່ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຮັກສາສະຖຽນນະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ ຢູ່ເສັ້ນຊາຍແດນຍາວ 2,62 ກິໂລແມັດ, ແມ່ນສູນກາງສຳຄັນກ່ຽວກັບການຄ້າ ແລະ ການພົວພັນແລກປ່ຽນສາກົນ ລະຫວ່າງ ຫວຽດນາມ ແລະ ຈີນ ແລະ ບັນດາປະເທດອາຊຽນ ແລະ ຈີນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ກຳລັງທະຫານປ້ອງກັນຊາຍແດນຕ້ອງຮັບຮູ້ຢ່າງຈະແຈ້ງກ່ຽວກັບເປົ້າໝາຍສູງສຸດນັ້ນແມ່ນປົກປັກຮັກສາ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເສັ້ນຊາຍແດນປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ ຢູ່ເຂດຊາຍແດນເພື່ອຊຸກຍູ້ການຮ່ວມມື, ມິດຕະພາບ ແລະ ການພັດທະນາ, ບໍ່ກໍ່ຜົນສະທ້ອນຕໍ່ສະພາບການລວມ, ມິດຕະພາບ, ການຮ່ວມມືໃນການພົວພັນກັບປະເທດເພື່ອນບ້ານ, ປະຕິບັດວຽກງານພົວພັນຕ່າງປະເທດໃຫ້ເປັນຢ່າງດີ.

ພ້ອມກັນນັ້ນ, ເປັນເຈົ້າການໄຈ້ແຍກ, ໃຫ້ຂໍ້ສັງເກດ, ຕີລາຄາສະພາບການພາຍໃນ ແລະ ເຂດຊາຍແດນຢ່າງຖືກຕ້ອງ, ທັນການເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ ໃນທຸກກໍລະນີ, ຕໍ່ສູ້ກັບອາດຊະຍາກຳທຸກປະເພດຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສະກັດກັ້ນຕ້ານການຄ້າເຖື່ອນ, ການຂົນສົ່ງສິນຄ້າຜິດກົດໝາຍຜ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ