ພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານຕ້ອງເປັນແບບຢ່າງໃນການປະຕິບັດງານຢ່າງແທ້ຈິງ

(VOVWORLD) -  ຕອນບ່າຍວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ 2018, ຜັນຂະຫຍາຍໜ້າທີ່ 2019 ຂອງຫ້ອງວ່າການລັດຖະບານ - ອົງການເສນາທິການສຳຄັນຕົ້ນຕໍຂອງລັດຖະບານ.
ພະນັກງານ, ລັດຖະກອນຫ້ອງວ່າການລັດຖະບານຕ້ອງເປັນແບບຢ່າງໃນການປະຕິບັດງານຢ່າງແທ້ຈິງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຮູ້ຜົນງານຂອງຫ້ອງວ່າການລັດຖະບານໃນໜ້າທີ່ສ້າງສາ, ຄຸ້ມຄອງ, ຈັດຕັ້ງບັນດາລາຍການປະຕິບັດງານຂອງນາຍົກລັດຖະມົນຕີ ແລະ ການນຳລັດຖະບານ, ພິເສດແມ່ນປະຕິບັດສຳເລັດບັນດາແຜນຮ່າງທັງໝົດຂອງກົມການເມືອງ, ຄະນະເລຂາສູນກາງພັກ. ພິເສດ, ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ຈິດໃຈອັນຂ້ຽວຂາດຂອງຫ້ອງວ່າການລັດຖະບານໃນການປະຕິຮູບການບໍລິຫານ, ສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນ, ສັງກະລາດດີຈີຕອນ ຜ່ານການສ້າງ ແລະ ຜັນຂະຫຍາຍບາງແຜນຮ່າງໃນຂົງເຂດນີ້. ພ້ອມກັນນັ້ນ, ພະນັກງານຫ້ອງວ່າການລັດຖະບານຄວນກຳແໜ້ນບັນດາຂໍ້ມູນຂ່າວສານ, ເຫດການພາຍໃນປະເທດ ແລະ ສາກົນເປັນຢ່າງດີ ຈາກນັ້ນສ້າງກອບວຽກງານຢ່າງຮອບດ້ານກ່ຽວກັບໄພອັນຕະລາຍ, ກາລະໂອກາດຕໍ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ