ພະ​ນັກ​ງານ​ຊາວ​ໜຸ່ມ 94 ຄົນ ໄດ້​ຮັບ​ລາງວັນ ຫຼີ​ຕຶ​ຈ້ອງ ປີ 2022

(VOVWORLD) -  ຕອນຄ່ຳວັນທີ 23 ມີນາ, ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍຊົມເຊີຍພະນັກງານຊາວໜຸ່ມດີເດັ່ນ 94 ຄົນ ໃນທົ່ວປະເທດ, ມອບລາງວັນ ຫຼີຕຶຈ້ອງ ປີ 2022 ໃຫ້ແກ່ນພະນັກງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມດີເດັ່ນໃນທົ່ວປະເທດ.
ພະ​ນັກ​ງານ​ຊາວ​ໜຸ່ມ 94 ຄົນ ໄດ້​ຮັບ​ລາງວັນ ຫຼີ​ຕຶ​ຈ້ອງ ປີ 2022 - ảnh 1ພິທີຍ້ອງຍໍຊົມເຊີຍພະນັກງານຊາວໜຸ່ມດີເດັ່ນ 94 ຄົນ ໃນທົ່ວປະເທດ (ພາບ: nhandan.vn)

ນີ້ແມ່ນບຸກຄົນທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ອອກແຮງງານ, ປະຕິບັດງານ, ໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ອະນຸຊົນ. ໃນນັ້ນ ມີ 11 ຄົນເປັນຊົນເຜົ່າສ່ວນໜ້ອຍຄື ຄົນຊົນເຜົ່າ ໄຕ, ຜູ້ໄທ, ໄຢ໊, ເມື່ອງ, ເຮີມົງ, ຂະແມ, ມ້າ.

        ທ່ານ ດັ້ງວັນຖັ໊ງ, ຮອງເລຂາຄະນະຊາວໜຸ່ມຕຳຫຼວດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໂດຍເປັນພະນັກງານຊາວໜຸ່ມຍາມໃດກໍຖືລັກສະນະປະຈັນບານເປັນແຖວໜ້າ.

        “ຕໍ່ໜ້າຄວາມຢ້ານກົວຍ້ອນໂລກລະບາດໂຄວິດ - 19, ພວກຂ້າພະເຈົ້າບໍ່ໄດ້ກັບບ້ານເປັນເວລາຫຼາຍວັນຢ່າງລຽນຕິດ ເພື່ອປະຕິບັດວຽກງານໃຫ້ກຳລັງໃຈພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມໃຫ້ເປັນຢ່າງດີ, ຫັນຄວາມຢ້ານກົວໃຫ້ກາຍເປັນກຳລັງແຮງ. ພວກຂ້າພະເຈົ້າໄດ້ຂົນຂວາຍ, ປຸກລະດົມສະມາຊິກຊາວໜຸ່ມ, ຊາວໜຸ່ມຫຼາຍຄົນທີ່ຈູບຈ້າວຫ້າວຫັນປະຈັນບານລົງຮາກຖານເພື່ອປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ”.

ທູຮັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ