ພະບາດສົມເດັດ ພະເຈົ້າມະຫາຊີວິດແຫ່ງ ກຳປູເຈຍ ແກ້ໄຂການຖົກຖຽງກັນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ

ພະບາດສົມເດັດ ພະເຈົ້າມະຫາຊີວິດແຫ່ງ ກຳປູເຈຍ ແກ້ໄຂການຖົກຖຽງກັນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni
(ພາບຈາກອິນເຕີເນັດ)

(vovworld) - ວັນ​ທີ 12/9, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ກຳປູ​ເຈຍ Norodom Sihamoni, ​ໄດ້​ອອກ​ພະ​ລາຊະ​ດຳລັດ​ຮຽກ​ຕົວການ​ນຳ​ພັກ​ກຳ​ອຳນາດ​ກຳປູ​ເຈຍ (CPP) ​ແລະ ພັກ​ຝ່າຍ​ຄ້ານ CNRP ​ມາໂຮມ​ປະຊຸມ​ຢູ່​ວັງ Khmemara ຢູ່ ພະລາດ​ຊະ​ວັງ ​ໃນ​ວັນ​ທີ 14/9 ​ເພື່ອ​ແກ້​ໄຂ​ບັນດາ​ການ​ຖົກ​ຖຽງ​ກັນ​ພາ​ຍຫຼັງ​ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ທ້າຍ​ເດືອນ 7 ຜ່ານ​ມາ. ​ເພື່ອ ​ໂຕ້​ຕອບ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ​, ທ່ານ​ນາຍົກລັດຖະມົນຕີ Hunsen ​​ໃຫ້​ຮູ້​ວ່າ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ປະຈຸ​ບັນ, CNRP ບໍ່​ທັນ​ມີ​ປະຕິ​ກິລິຍາ​ກ່ຽວ​ກັບ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​ເດັດ​ເທື່ອ.

    ທ້າຍ​ອາທິດ​ຜ່ານ​ມາ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ​ໄດ້​ປະກາດ​ໝາກຜົນ​ເປັນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ເມື່ອ​ວັນ​ທີ 28/7. ຕາມ​ນັ້ນ​ແລ້ວ, ພັກ CPP ກຳ​ອຳນາດ​ຍາດ​ໄດ້ 68 ທີ່​ນັ່ງ​ໃນ​ຈຳນວນ 123 ທີ່​ນັ່ງ ​ແລະ ພັກ CNRP ຍາດ​ໄດ້ 55 ທີ່​ນັ່ງ​ຍັງ​ເຫຼືອ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພັກ CNRP ສືບ​ຕໍ່​ປະຕິ​ເສດໝາກຜົນ​ນີ້ ​ແລະ ນາບ​ຂູ່​ຈະ​ສືບ​ຕໍ່​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ກໍ່​ຄວາມ​ດັ່ນ​ໃຫ້​ແກ່​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ເຂົາ​ເຈົ້າ.

ກ່ຽວຂ້ອງ​​ເຖິງສະພາບ​ການ​ຢູ່ ກຳປູ​ເຈຍ ຍັງ​ມີ​ຂ່າວ​ວ່າ ຕອນ​ເຊົ້າ​ວັນ​ທີ 13/9, ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ໄດ້​ຄົ້ນພົບ​ ​ແລະ ​ທຳລາຍ​ວັດ​ຖຸລະ​ເບີດ ​ແລະ ລູກ​ລະ​ເບີດ​ຜະລິດ​ເອງ ຈຳ​ນວນ​ໜຶ່ງ​ຢູ່​ສະຖານ​ທີ່ 2 ​ແຫ່ງ​​ໃນ​ນະຄອນຫຼວງ ພະນົມ​ເປັນ. ຕາມ​ແຫຼ່ງຂ່າວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ບັນ​ດາ​ວັດຖຸ​ລະ​ເບີດ​ນີ້​ຖືກ​ຫ້າງ​ໄວ້​ຢູ່​ຕໍ່ໜ້າ​ສຳນັກງານ​ສະພາ​ແຫ່ງ​ຊາດ ​ແລະ ​​ໃກ້​ກັບ​ສວນສາທາລະນະ​ເສລີ, ບ່ອນ​ທີ່​ຝ່າຍ​ຄ້ານ​ພວມ​ມີ​ແຜນການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ເປັນ 3 ວັນ​ຢ່າງ​ຕໍ່​ເນື່ອງ​​ໃນ​ທ້າຍ​ອາທິດ​ນີ້ ​ແລະ ຕົ້ນ​ອາທິດ​ໜ້າ.

ຂ່າວ/ບົດ​ອື່ນ