ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ ແລະ ປະທານາທິບໍດີ ຊີຣີ ມີການເຈລະຈາທາງໂທລະສັບເປັນຄັ້ງທຳອິດ ພາຍຫຼັງເວລາ 10 ປີ

(VOVWORLD) -ໃນການເຈລະຈາທາງໂທລະສັບ, ການນຳສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການພົວພັນສອງປະເທດ ແລະ ບັນດາວິທີການເພື່ອເພີ່ມທະວີການຮ່ວມມື, ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ Abdullah ໄດ້ຢັ້ງຢືນວ່າ ຈໍແດນ ສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນ ຂອງ ຊີຣີ
ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ ແລະ ປະທານາທິບໍດີ ຊີຣີ ມີການເຈລະຈາທາງໂທລະສັບເປັນຄັ້ງທຳອິດ ພາຍຫຼັງເວລາ 10 ປີ - ảnh 1ທ່ານ ປະທານາທິບໍດີ ຊີຣີ Bashar al-Assad (ພາບປະກອບ:  Reuters)

ວັນທີ 3 ຕຸລາ, ວັງພະບໍລົມວົງສານຸວົງ ຈໍແດນ ໃຫ້ຮູ້ວ່າ ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ Abdullah ໄດ້ຮັບໂທລະສັບຈາກທ່ານ ປະທານາທິບໍດີ ຊີຣີ Bashar al-Assad. ຕາມບັນດາເຈົ້າໜ້າທີ່ແລ້ວ, ນີ້ແມ່ນການເຈລະຈາທາງໂທລະສັບຄັ້ງທຳອິດ ລະຫວ່າງ ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ Abdullah  ແລະ ທ່ານ ປະທານາທິບໍດີ ຊີຣີ Bashar al-Assad ນັບແຕ່ເວລາ ເກີດການປະທະກັນຢູ່ ຊີຣີ ກ່ອນນີ້ 1 ທົດສະວັດ.

ໃນການເຈລະຈາທາງໂທລະສັບ, ການນຳສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການພົວພັນສອງປະເທດ ແລະ ບັນດາວິທີການເພື່ອເພີ່ມທະວີການຮ່ວມມື, ພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ Abdullah ໄດ້ຢັ້ງຢືນວ່າ ຈໍແດນ ສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນ ຂອງ ຊີຣີ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການປົກປັກຮັກສາອະທິປະໄຕ ແລະ ສະຖຽນລະພາບຂອງປະເທດບ້ານໃກ້ເຮືອນຄຽງທາງທິດເໜືອນີ້.

ໃນອາທິດກ່ອນ, ຈໍແດນໄດ້ເປີດປະຕູດ່ານຊາຍແດນແຫ່ງໜຶ່ງກັບ ຊີຣີ ເພື່ອຊຸກຍູ້ການລົງທຶນ ແລະ ພົວພັນການຄ້າ. ຈໍແດນກໍ່ປະກາດຈະອະນຸຍາດໃຫ້ບໍລິສັດການບິນແຫ່ງລັດ Royal Jordanian ເຊື່ອມຕໍ່ບັນດາຖ້ຽວບິນໄປຍັງຊີຣີໂດຍກົງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ