ພະບາດສົມເດັດພະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ສະຫວັນນະຄົດ

ພະບາດສົມເດັດພະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ສະຫວັນນະຄົດ  - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ
ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ໄດ້ສະ​ຫວັນ​ນະ​ຄົດ​

(vovworld) - ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ໄດ້ສະ​ຫວັນ​ນະ​ຄົດ​ໃນ​ເວ​ລາ 15ໂມງ 52 (8h52 GMT)  ວັນ​ທີ 13/10, ມີ​ພະ​ຊົນ​ອາຍຸ 89 ປີ. ​- ພະ​ບາດ​ສົມ​ເດັດ​ ​ເກີດ​ເມື່ອ​ປີ 1927, ​ແລະ ຂຶ້ນ​ຄອງ​ລາຊາ​ສົມບັດ​ໃນ​ປີ 1950, ​ເປັນ​ກະສັດ​ທີ່​ຄອງ​ລາຊາ​ສົມບັດ​ນານ​ທີ່​ສຸດ​ຢູ່​ໂລກ​ໃນ​ປະຈຸ​ບັນ. ແຈ້ງ​ການ​ຂອງ​ພະ​ລາ​ຊະ​ວັງ​ໃຫ້​ຮູ້​ວ່າ:

“ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດຜູ້​ແສນ​ຮັກ​ຂອງ​ພວກ​​ຂ້າ​ພະ​ເຈົ້າ​ໄດ້​ສະ​ຫວັນ​ນະ​ຄົດຢູ່​ໂຮງໝໍ ສີລິລາດ”, ສຳ​ນັກ​ຂ່າວ​ສານ​ Reuters ໄດ້​ຄັດ​ສະ​ເໜີ​ແຈ້ງ​ຂ່າວ​ ໃຫ້​ຮູ້​ວ່າ.

ລູກ​ຊາຍ, ທັງ​ເປັນ​ຜູ້ຈະຄຶ້ນຄອງລາຊາສົມບັດ, ມົງ​ກຸດ​ລາ​ຊະ​ກຸມ​ມານ ມະ​ຫາ​ວາ​ຊີ​ຣາ​ລົງ​ກອນ, ອາ​ຍຸ 63 ປີ, ຄາດ​ວ່າ​ຈະ​ກາຍ​ເປັນພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ​ອົງ​ໃໝ່​ຂອງ ໄທ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ໃຫ້​ຮູ້​ວ່າ. ຜູ້​ຂຶ້ນຄອງລາຊາສົມບັດ ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແຕ່​ປີ 2002 ແລະ ຄະ​ນະ​ລັດ​ຖະ​ບານ​ຈະ​ແຈ້ງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ບັນ​ຫານີ້​ໂດຍ​ໄວ. ສະ​ພາ​ແຫ່ງ​ຊາດ​ໄທໄດ້​ຈັດ​ວາ​ລະ​ປະ​ຊຸມ​ພິ​ເສດ​ໃນ​ທ້າຍ​ວັນ​ທີ 13/10. ທ່ານ​ກໍ່​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໄທ​ມີ​ຄວາມ​ຮັກ​ແພງ​ກັນ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ປະ​ກາດ​ວ່າ, ໄທ​ຈະ​ໄວ້​ທຸກພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນາ​ເດດ​ໃນ​ໄລ​ຍະ​ເວ​ລາ​ໜຶ່ງ​ປີ, ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ບັນ​ເທິງ ແລະ ພິ​ທີຂຶ້ນຄອງລາຊາສົມບັດຂອງ ມົງ​ກຸດ​ລາ​ຊະ​ກຸມ​ມານ ​ພຽງ​ແຕ່ດຳ​ເນີນ​ພາຍຫຼັງ​ໝົດ​ເວ​ລາ​ໄວ້​ທຸກ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ. ພາຍຫຼັງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ສະ​ຫວັນ​ນະ​ຄົດ, ບັນດາ​ການ​ນຳ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໄດ້ສົ່ງ​ໂທລະ​ເລກສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ ລາຊະອານາຈັກ ​ໄທ ​ແລະ ປະຊາຊົນ​ປະ​ເທດ​ນີ້. ​ໃນ​ຖະ​ແຫຼງການ, ​ໂຄສົກ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ ສະຫະ​ປະຊາ​ຊາດ Ban Ki moon ​ໃຫ້​ຮູ້​ວ່າ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງ​ຫວັງ​ວ່າ, ​ໄທ​ຈະ​ສືບ​ຕໍ່​ເຊີດ​ຊູ​ມໍລະດົກ​ຂອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ກ່ຽວ​ກັບ​ຄຸນຄ່າ​ລວມ ​ແລະ ສິດທິ​ມະນຸດ. ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama  ກໍ່​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ລາຊະອານາຈັກ, ລັດຖະບານ ​ແລະ ປະຊາຊົນ​ໄທ, ພ້ອມ​ທັງ​ຍ້ອງຍໍ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ​ແມ່ນ “​ເພື່ອນ​ຜູ້​ສະໜິດສະໜົມ“, ທັງ​ແມ່ນ​ຄູ່​ຮ່ວມ​ມື​ຂອງ​ໄທ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ ​ໄດ້​ມີຖະ​ແຫຼ​ງການ​ໃນ​ນັ້ນແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງຕໍ່​ເລື່ອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ສະຫວັນ​ນະ​ຄົດ. ຫ້ອງ​ວ່າການ​ປະທານາທິບໍດີ​ມຽນມາ ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ລາຊະ​ອານາຈັກ ​ແລະ ປະຊາຊົນ​ໄທ. ສ່ວນ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ​ກໍ່​ໄດ້​ຂຽນ​ໃນ Facebook ຂອງ​ຕົນ​ວ່າ, ມາ​ເລ​ເຊຍ​ພ້ອມ​ກັບ​ປະຊາຊົນ ​ໄທ​ຮູ້ສຶກ​​ເສົ້າ​ສະຫຼົດ​ໃຈຕໍ່​ຄວາມ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ນີ້. ລັດຖະບານ​ ສິງ​ຄະ​ໂປ​ກໍ່​ແບ່ງ​ເບົາ​ຄວາມ​​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ສະຫວັນ​ນະ​ຄົດ​ຂອງ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພົນ ອະ​ດູ​ນຢາ​ເດດ, ຜູ້​ທີ່​ແສນ​ເຄົາລົບ​ນັບຖື ​ແລະ ດີ​ເດັ່ນ​ນີ້.

ຂ່າວ/ບົດ​ອື່ນ