ພະ​ບາດ​ສົມ​ເດັດ​ພະ​ເຈົ້າຢູ່​ຫົວ​ໄທ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ

(VOVWORLD) - ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ບາງກອກ, ທ່ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ໄທ ໄດ້ຍື່ນສານຕາຕັ້ງ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນໄທ.
ພະ​ບາດ​ສົມ​ເດັດ​ພະ​ເຈົ້າຢູ່​ຫົວ​ໄທ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ - ảnh 1ານ ຟ້າມວຽດຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ໄທ ໄດ້ຍື່ນສານຕາຕັ້ງ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນໄທ (ພາບ: VOV )

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມວຽດຮຸ່ງ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວ ແລະ ຄຳອວຍພອນທີ່ດີງາມຂອງທ່ານປະທານປະເທດ ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ໄປຍັງ ພະບາດສົມເດັດພະເຈົ້າຢູ່ຫົວ, ບັນດາສະມາຊິກພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນໄທ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຢ່າງແຮງຂອງການພົວພັນ ຫວຽດນາມ - ໄທໃນທຸກຂົງເຂດ; ພ້ອມທັງ ໃຫ້ຄຳໝັ້ນສັນຍາ ໃນຖານະຂອງຕົນຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈມິດຕະພາບຢ່າງໝັ້ນແກ່ນລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ.

ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ໄດ້ຕີລາຄາວ່າ ໄທ ແລະ ຫວຽດນາມ ຍາມໃດກໍ່ມີການພົວພັນມິດຕະພາບອັນດີງາມ, ພະບາດສົມເດັດພະເຈົ້າຢູ່ຫົວ ປາດຖະໜາຢາກສອງປະເທດ ສືບຕໍ່ຊຸກຍູ້ການພົວພັນໃນທຸກຂົງເຂດ, ໃນທຸກຂັ້ນນັບແຕ່ສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ. ພະບາດສົມເດັດພະເຈົ້າຢູ່ຫົວເຊື່ອໝັ້ນວ່າ ການພົວພັນມິດຕະພາບ ລະຫວ່່າງ ຫວຽດນາມ ແລະ ໄທຈະສືບຕໍ່ໄດ້ຮັບການປັບປຸງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະພ້ອມກັບລັດຖະບານໄທ ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ