ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ມໍ​ລະ​ນະ​ພາບ ແມ່ນ​ການສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ພຸດ​ທະ​ສາ​ສະໜ​າ ເວົ້າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ

(VOVWORLD) -ພະມະຫາອາຈານ ທິກເຍິດແຮ້ງ ແມ່ນ  ພະເຖລານຸເຖລະຂອງພຸດທະສາສະໜາ ຫວຽດນາມ ເຊິ່ງດຳລົງຊີວິດເປັນເວລາຫຼາຍປີຢູ່ຕ່າງປະເທດ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການແນະນຳ ແລະ ພັດທະນາພຸດທະສາສະໜາ, ວັດທະນະທຳ ຫວຽດນາມ ໃນໂລກ.
ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ມໍ​ລະ​ນະ​ພາບ ແມ່ນ​ການສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ພຸດ​ທະ​ສາ​ສະໜ​າ ເວົ້າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ - ảnh 1ພະມະຫາອາຈານ ທິກເຍິດແຮ້ງ ແມ່ນ  ພະເຖລານຸເຖລະຂອງພຸດທະສາສະໜາ ຫວຽດນາມ  (ພາບ: Kelvin Cheuk ບ້ານມາຍ)

ວັນທີ 23 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວໂດຍສະເໜີໃຫ້ຮູ້ຄຳວິຈານຂອງ ຫວຽດນາມ ເມື່ອພະມະຫາອາຈານ ທິກເຍິດແຮ້ງ ມໍລະນະພາບ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ເມື່ອໄດ້ຮັບຂ່າວວ່າ ພະມະຫາອາຈານ ທິກເຍິດແຮ້ງ ມໍລະນະພາບ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງຫຼົ້ນເຫຼືອມາຍັງປະຊາຄົມພຸດທະສາສະນິກກະຊົນ ຫວຽດນາມ ທັງຢູ່ພາຍໃນ, ຕ່າງປະເທດ ແລະ ປະຊາຄົມນັກບວກຂອງພະມະຫາອາຈານ ທິກເຍິດແຮ້ງ. ພະມະຫາອາຈານ ທິກເຍິດແຮ້ງ ແມ່ນ  ພະເຖລານຸເຖລະຂອງພຸດທະສາສະໜາ ຫວຽດນາມ ເຊິ່ງດຳລົງຊີວິດເປັນເວລາຫຼາຍປີຢູ່ຕ່າງປະເທດ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການແນະນຳ ແລະ ພັດທະນາພຸດທະສາສະໜາ, ວັດທະນະທຳ ຫວຽດນາມ ໃນໂລກ.

        ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ເລື່ອງພະມະຫາອາຈານ ທິກເຍິດແຮ້ງ ມໍລະນະພາບ ແມ່ນການສູນເສຍຂອງປະຊາຄົມພຸດທະສາດສະໜາ ເວົ້າລວມ ແລະ ພຸດທະສາສະໜາ ຫວຽດນາມ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ