ພະລັງງານ,ຕົວເມືອງແລະຊັບພະຍາກອນທຳມະຊາດຈະໄດ້ຮັບການປຶກສາຫາລືຢູ່ເວທີປາໄສ3GF

ພະລັງງານ,ຕົວເມືອງແລະຊັບພະຍາກອນທຳມະຊາດຈະໄດ້ຮັບການປຶກສາຫາລືຢູ່ເວທີປາໄສ3GF - ảnh 1
(ພາບ​ປະ​ກອບ)

(vovworld) - ທູດ​ພິ​ເສດ​ຂອງ​ເວທີ​ປາ​ໄສ​ເຕີບ​ໂຕ​ຂຽວ​ທົ່ວ​ໂລກ (3GF), ທ່ານ Geert Aagaard Andersen ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ຫວຽດນາມ​ໃນ​ລະຫວ່າງ​ວັນ​ທີ 7-9/3 ​ເພື່ອ​ຊອກ​ຮູ້​ກາລະ​ໂອກາດ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເຕີບ​ໂຕ​ຂຽວ. ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ໃນ​ຕອນ​ບ່າຍ​ວັນ​ທີ 8/3, ຢູ່ ຮ່າ​ໂນ້ຍ, ທ່ານ Geert Aagaard Andersen ​ໃຫ້​ຮູ້​ວ່າ, ດານ​ມາກ ​ແລະ ຫວຽດນາມ​ໄດ້​ມີ​ການ​ຮ່ວມ​ມື​​ແຕ່​ດົນ​ນານ​ໃນ​ຂົງ​ເຂດ​ເຕີບ​ໂຕ​ຂຽວ. ​ເວທີ​ປາ​ໄສ 3GF ​ໄດ້​ຮັບ​ການ​ລິ​ເລີ່​ມ​ແຕ່​ປີ 2011, ​ແມ່ນ​ເວທີ​ປາ​ໄສ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ, ​ໂດຍ​ລັດຖະບານ ດານ​ມາກ​ເປັນ​ເຈົ້າພາບ. ດານ​ມາກ ຢາກ​ນຳ​ເອົາ​ບັນດາ​ຜົນງານ​ທີ່​ຕົນ​ບັນລຸ​ໄດ້​ໃນ​ຂົງ​ເຂດ​ເຕີບ​ໂຕ​ຂຽວ​ໃຫ້​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ. ຫວຽດນາມ​ເຂົ້າ​ຮ່ວມ 3GF ​ແຕ່​ປີ 2011. ​ໃນ​ເວທີ​ປາ​ໄສ 3GF ປີ 2014, ຄະນະ​ຜູ້​ແທນ ຫວຽດນາມ​ໄດ້​ມີ​ບົດບາດ​ແກ່ນສານ​ໃນ​ການ​ພັດທະນາ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ລະບົບ​ມູນ​ຄ່າ​ຕຳ່​ແຜ່ນຕັດຫຍິບ​ທີ່​ໝັ້ນຄົງ. ຂໍ້​ລິ​ເລີ່​ມນີ້​ໄດ້​ຮັບ​ການ​ປະຕິບັດ​ທົດ​ລອງ​ຢູ່ ຫວຽດນາມ ພາຍ​ໃຕ້​ຮູບ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ.

ຂ່າວ/ບົດ​ອື່ນ